ເມືອງຈ້ຽນຊຸຍ ແຂວງຢຸນນານ: ໝາກກ້ຽງນ້ອຍຊ່ວຍໃຫ້ຊາວບ້ານມີຄວາມຮັ່ງມີ

2021-03-12 15:58:40 |ມາຈາກ:

ປັດຈຸບັນນີ້, ຢູ່ບ້ານເຫີຊາງອ່ານ ເມືອງຜານຈ່ຽງເມືອງຈ້ຽນຊຸຍ ກິ່ງແຂວງຮົງເຫີ ແຂວງຢຸນນານ, ຊາວບ້ານ ຫຼີລານຝີນ ແລະ ຊຸນຫາຍ ຜົວຂອງນາງ ກຳລັງເກັບໝາກກ້ຽງນ້ອຍຢູ່ສວນໝາກໄມ້ຢ່າງຂຸ້ນຂ້ຽວ. ພາຍໃຕ້ການສະໜັບສະໜູນຢ່າງແຂງແຮງຈາກອຳນາດການປົກຄອງທ້ອງຖິ່ນ, ຄອບຄົວຂອງນາງ ຫຼີລານຝີນ ໄດ້ປູກໝາກກ້ຽງນ້ອຍ 3.3 ເຮັກຕາໃນຊຸມປີທີ່ຜ່ານມາ. ປີ 2020, ລາຍຮັບຂອງການປູກໝາກກ້ຽງນ້ອຍຈະບັນລຸຫຼາຍກ່ວາ 300.000 ຢວນ. ອີງຕາມຂ່າວສານ, ປະຈຸບັນນີ້, ເມືອງຜານຈ່ຽງໄດ້ປູກຕົ້ນໝາກກ້ຽງນ້ອຍ 5,200 ເຮັກຕາ, ໃນນັ້ນ ມີຕົ້ນໝາກກ້ຽງນ້ອຍ 2133,3 ເຮັກຕາທີ່ອອກໝາກ, ມູນຄ່າການຜະລິດແມ່ນ 350 ລ້ານຢວນ.