ນາ​ຍົກ​ຈີນ​ກ່າວ​ວ່າ: ຈີນ​ຈະ​ສືບ​ຕໍ່​ຍຶດ​ໝັ້ນ​ການ​ໄວ້ການ​ປະ​ກອບ​ອາ​ຊີບ​ຢູ່​ບ່ອນ​ສຳ​ຄັນ

2021-03-12 16:11:34 |ມາຈາກ: CRI

ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ໄດ້​ອັດ​ລົງ​ແລ້ວ​​ໃນ​ຕອນ​ບ່າຍ​ວັນ​ທີ 11 ມີ​ນາ​ນີ້, ທ່ານ​ຫລີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ສື່ມວນ​ຊົນ​ພາຍ​ໃນ ແລະ​ຕ່າງ​ປະ​ເທດ​ພາຍ​ຫລັງ​ພິ​ທີ​ປິດ. ທ່ານ​ຫລີ​ເຄີ້​ສຽງ​ເວົ້າ​ວ່າ, ໃນ​ເວ​ລາ​ວາງ​ນະ​ໂຍ​ບາຍ​ມະ​ຫາ​ພາກ​ໃນ​ປີ​ນີ້, ຈີນ​ຈະ​ສືບ​ຕໍ່​ຍຶດ​ໝັ້ນ​ການ​ປະ​ກອບ​ອາ​ຊີບ​​ເປັນ​ບູ​ລິ​ມະ​ສິດ.

ທ່ານຫລີ​ເຄີ້​ສຽງ​ກ່າວ​ວ່າ, ການ​ປະ​ກອບ​ອາ​ຊີບ​ແມ່ນ​ພື້ນ​ຖານ​ຂອງ​​ການ​ດຳ​ລົງຊີ​ວິດ​, ​ທັງ​ເປັນ​ພື້ນ​ຖານ​ຂອງ​ການ​ພັດ​ທະ​ນາ, ມີ​ອາ​ຊີບ​ກໍ​ຈະ​ມີ​ລາຍ​ຮັບ ເຊິ່ງສາ​ມາດ​ກະ​ຕຸ້ນ​ການ​ບໍ​ລິ​ໂພກ ແລະ​ຊຸກ​ຍູ້​ເສດ​ຖະ​ກິດ.

ທ່ານ​ຫລີ​ເຄີ້​ສຽງ​ກ່າວ​ຕື່ມ​ວ່າ: ຈີນ​ໄດ້ກຳ​ນົດເປົ້າ​ໝາຍ​ທີ່​ໃຫ້ຜູ້​ປະ​ກອບ​ອາ​ຊີບ​ໃນ​ຕົວ​ເມືອງເພີ່ມ​ຂຶ້ນ​ 11 ລ້ານ​ຄົນ​ຂຶ້ນ​ໄປ​ໃນ​ປີ​ນີ້. ການ​ປະ​ກອບ​ອາ​ຊີບ​ຕ້ອງ​ອາ​ໄສ​ຕະ​ຫລາດເປັນ​ຫລັກ ​ແລະ​ສືບ​ຕໍ່​​ຮັກ​ສາ​ການ​ປະ​ກອບ​ອາ​ຊີບ​ໂດຍ​ຜ່ານ​ການ​ຮັກ​ສາ​ຫົວ​ໜ່ວຍ​ທຸ​ລະ​ກິດ​ຕົ້ນ​ຕໍ​ໃນຕະ​ຫລາດ. ໃນ​ຂະ​ນະ​ທີ່​ຊຸກ​ຍູ້​ການ​ປະ​ກອບອ​າ​ຊີບ​ໃຫ້​ມີ​ຄວາມ​ໝັ້ນ​ຄົງ ແລະ​ເພີ່ມ​ຂຶ້ນ, ຍັງ​ຕ້ອງ​ເປີດກວ້າງ​ຊ່ອງ​ທາງ​​ການປະ​ກອບ​ອາ​ຊີບ​​ຢ່າງ​ຄ່ອງ​ແຄ້ວອີກ​ດ້ວຍ.