ເດັກຍິງອາຍຸ 9 ປີເຕັ້ນຢູ່ຮ້ານຂາຍຊີ້ນໝູ

2021-03-15 17:47:53 |ມາຈາກ:

ນາງ ອູກາງຢຸນ ເດັກຍິງແຂວງຢຸນນານມັກເຕັ້ນບັນເລ, ນາງມີອາຍຸ 9 ປີ. ນາງອາໄສຢູ່ບ້ານນ້າໂດ ເມືອງຢານສານ ກິ່ງແຂວງເວີນສານ ແຂວງຢຸນນານ.ອາຊີບຂອງພໍ່ແມ່ນາງແມ່ນຂາຍຊີ້ນໝູ, ຫຼັງຈາກເລີກຮຽນ ນາງ ອູກາງຢຸນ ຊ່ວຍພໍ່ແມ່ຂາຍໝູແລະ ຮຽນຮູ້ການເຕັ້ນບັນເລຈາກວິດີໂອ.

ຫຼັງຈາກວິດີໂອຂອງນາງ ອູກາງຢຸນ ທີ່ເຕັ້ນໃນຮ້ານຂາຍຊີ້ນໝູໄດ້ຖືກສົ່ງຕໍ່ໃນອິນເຕີເນັດ,ອາຈານສອງຄົນມາຈາກວິທະຍາໄລການເຕັ້ນປັກກິ່ງທີ່ເອົາໃຈໃສ່ການສຶກສາການເຕັ້ນລຳຂອງເດັກຍິງຊົນນະບົດແຂວງຢຸນນານ, ໄດ້ເຫັນ ນາງ ອູກາງຢຸນ ທີ່ມີພອນສະຫວັນໃນການເຕັ້ນ, ພວກເຂົາຈຶ່ງອອກຈາກປັກກິ່ງມາຢຸນນານເພື່ອມາສອນ ນາງ ອູກາງຢຸນ ເຕັ້ນ.