ເມືຶອງຊີຕ້ຽນ ເມືອງເປົາສານ: ຜັກທຽມຖືກຂາຍສົ່ງອອກໄປປະເທດຣັດເຊຍ

2021-03-15 17:49:39 |ມາຈາກ:

ໃນເດືອນມີນາ, ໄດ້ມີການເກັບກ່ຽວຜັກທຽມຢ່າງຫລວງຫລາຍຢູ່ ບ້ານທຸກວນ ເມືອງເລີນເຫີເມືອງຊີຕ້ຽນແຂວງຢຸນນານ. ນາງ ວາງວຸຍຈຸນ ແມ່ນຜູ້ປູກຜັກທຽມຢູ່ໃນບ້ານແຫ່ງດັ່ງກ່າວ. ເມື່ອຫົກປີກ່ອນ,ນາງໄດ້ຈາກບ້ານເກີດຂອງນາງໃນແຂວງເຫີນານ ມາຮອດເມືອງຊີຕ້ຽນເພື່ອປູກຜັກທຽມ. ນາງ ວາງວຸຍຈຸນ ເວົ້າວ່າ: "ຂ້ອຍປູກຜັກທຽມ 26,6 ເຮັກຕາໃນປີນີ້. ລາຄາປະມານ 3.7 ຢວນຕໍ່ກິໂລໃນປະຈຸບັນ,ກຳໄລມີປະມານ 1200000 ຢວນ."

ນາງ ວາງວຸຍຈຸນ ບອກພວກເຮົາວ່າ, ອາກາດ ແລະ ດິນໃນເມືອງຊີຕ້ຽນເໝາະສົມກັບການເຕີບໃຫຍ່ຂອງຜັກທຽມ, ຢູ່ນີ້ປູກຜັກທຽມໄດ້ຫົວໃຫຍ່, ມີສີສັນສົດໃສ, ແລະ ມີລົດຊາດທີ່ດີ. ເມື່ອຜັກທຽມຖືກສົ່ງເຂົ້າສູ່ຕະຫຼາດ, ຜູ້ຂາຍຫຼາຍຄົນໄດ້ມາຫາເພື່ອຮັບຊື້.

ທ່ານ ຢາງຊຸນຢົວ ແມ່ນຜູ້ຊື້ຜັກທຽມຈາກແຂວງເຮີຍລົງຈຽງ. ທ່ານ ຢາງຊຸນຢົວ ກ່າວວ່າ: "ປີນີ້ເປັນເທື່ອທຳອິດທີ່ຂ້ອຍມາຊີຕ້ຽນເພື່ອຊື້ຜັກທຽມ, ຂ້ອຍວາງແຜນທີ່ຈະເກັບຊື້ຜັກທຽມຫຼາຍກວ່າ 600 ໂຕນ, ຂ້ອຍເກັບຊື້ໄດ້ຫຼາຍກວ່າ 100 ໂຕນແລ້ວ. ຂ້ອຍກຳລັງຈະສົ່ງຜັກທຽມເຫລົ່ານີ້ໄປເມືອງມອສໂກ ປະເທດຣັດເຊຍ, ປະຊາຊົນໃນເມືອງມອສໂກມັກກິນຜັກທຽມຊະນິດນີ້."

ຜັກທຽມຂອງເມືຶອງຊີຕ້ຽນ ນອກຈາກຜ່ານຜູ້ຮັບຊື້ຄົນກາງຂາຍໄປລັດເຊຍແລ້ວ, ຜັກທຽມຂອງເມືຶອງຊີຕ້ຽນຍັງມີຂາຍທົ່ວປະເທດ. ອີງຕາມຂໍ້ມູນ, ຜັກທຽມທັງໝົດ 400 ເຮັກຕາ ທີ່ປູກຢູ່ເມືອງຊີຕ້ຽນໃນປີນີ້, ມີມູນຄ່າການຜະລິດຫຼາຍກວ່າ 42 ລ້ານຢວນ. ຜັກທຽມບໍ່ພຽງແຕ່ກາຍເປັນອາຫານແຊບເທິງໂຕະຂອງຫລາຍພັນຄົວເຮືອນເທົ່ານັ້ນ, ແຕ່ຍັງໄດ້ຊ່ວຍໃຫ້ຊາວກະສິກອນເມືຶອງຊີຕ້ຽນຮັ່ງມີ.