ຈີນ​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່​ພຶດ​ຕິ​ກຳ​ທີ່ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ດ້ວຍ​ການ​ກ່າວ​ໂຈມ​ຕີ​​ມະ​ຕິທີ່​ກ່ຽວ​ຂ້ອງ​ທີ່ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນໄດ້​ຮັບ​ຮອງ​ນັ້ນ

2021-03-15 18:03:20 |ມາຈາກ: CRI

ວັນ​ທີ 14 ມີ​ນາ​ນີ້, ໂຄ​ສົກ​​ຫ້ອງ​ການ​ວຽກ​ງານ​ຮົງ​ກົງ, ມາ​ເກົາ ແລະ ໄຕ້​ຫວັນ​​ຂອງຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ອອກ​ຖະ​ແຫຼງ​ການ​ຕອບ​ໂຕ້​ກຸ່ມ 7 ປະ​ເທດ​​ທີ່​ໄດ້ອອກ​ຖະ​ແຫຼງ​ການ​ກ່າວ​ໂຈມ​ຕີ​ມະ​ຕິຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໃນ​ການ​ປັບ​ປຸງ​ລະ​ບຽບ​ການ​ເລືອກ​ຕັ້ງ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ໃຫ້​ສົມ​ບູນ​ຂຶ້ນ ແລະ ສະ​ແດງ​ຄວາມ​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່​ປະ​ເທດ​ທີ່​ກ່ຽວ​ຂ້ອງ​​ທີ່ແຊ​ກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ.

ໂຄ​ສົກ​ທ່ານ​ນີ້​ກ່າວ​ວ່າ: ຫວ່າງ​ກ່ອນ​ນີ້ບໍ່​ດົນ, ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຮັບ​ຮອງ​ມະ​ຕິ​ກ່ຽວ​ກັບ​ການ​ປັບ​ປຸງ​ລະ​ບຽບ​ການ​ເລືອກ​ຕັ້ງ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ໃຫ້​ສົມ​ບູນ​ຂຶ້ນ ເຊິ່ງ​ມີ​ຈຸດ​ປະ​ສົງ​​ເພື່ອສ້າງ​ພື້​ນ​ຖານ​ດ້ານ​ລະ​ບຽບ​ການ​ທີ່​ໝັ້ນ​ແກ່ນ ເພື່ອ​ຮັບ​ປະ​ກັນ​ໃຫ້​ແນວ​ທາງ “ປະ​ເທດ​ດຽວ​ສອງ​ລະ​ບອບ” ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢູ່​ຮົງ​ກົງ​ຢ່າງ​ໜັກ​ແໜ້ນ ແລະ ຖາ​ວອນ. ນີ້​ເປັນ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈີນ ເຊິ່ງ​ລວມ​ທັງ​ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ, ເປັນ​ນະ​ໂຍ​ບາຍ​ພື້ນ​ຖານ​ທີ່​ຮັບ​ປະ​ກັນ​ສະ​ຖຽນ​ລ​ະ​ພາບ​​ຢູ່​ຮົງ​ກົງ. ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ດັດ​ແກ້ ແລະ ປັບ​ປຸງ​ລະ​ບຽບ​ການ​ເລືອກ​ຕັ້ງ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​​ຮົງ​ກົງ​ໃຫ້​ສົມ​ບູນ​ຂຶ້ນ ເຊິ່ງເປັນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ລ້ວນໆ, ປະ​ເທດ​ອື່ນ​​ລ້ວນ​ແຕ່​ບໍ່​ມີ​ສິດ​ຊີ້​​ນັ້ນ​ສັ່ງ​ນີ້​ກ່ຽວ​ກັບເລື່ອງ​ນີ້. ​ຖະ​ແຫຼງ​ການ​ຂອງກຸ່ມ 7 ປະ​ເທດ​​​ທີ່​ກ່ຽວ​ກັບ​ເລື່ອງ​ດັ່ງ​ກ່າວ​ເປັນ​ການ​ບິດ​ເບືອນ​ຄວາມ​ຈິງ ແລະ ຫຼົບ​ລີ້ນ​ປີ້ນ​ຄວາມ, ໄດ້​ລະ​ເມີດ​ກົດ​ໝາຍ​ສາ​ກົນ ແລະ ຫຼັກ​ການ​ພື້​ນ​ການໃນ​ການ​ພົວ​ພັນ​ລະ​ຫວ່າງ​ຊາດ, ເປັນ​ການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ຮ້າຍ​ກາດ.