ເລື່ອງເລົ່າການເຄື່ອນຍ້າຍເຮືອນຂອງຊາວບ້ານ ຫຼິວຊິງຈີ

2021-03-16 16:27:47 |ມາຈາກ:

ທ່ານ ຫຼິວຊິງຈີ, ອາຍຸ 85 ປີໃນປີນີ້, ເປັນຊາວບ້ານທີ່ອາໄສຢູ່ບ້ານຊີຈ່ຽວເມົ້າ ຕາແສງຢູຄົວ ເມືອງຟັງສານເມືອງລູລຽງ ແຂວງຊານຊີ.

ບ້ານຊີຈ່ຽວເມົ້າທີ່ຕັ້ງຢູ່ໃນເຂດຫ້ວຍແຖບຮ່ອມໂນນພູພຽງຫວງຖຸ, ມີພູສູງ ແລະ ເປີ້ນພູທີ່ສູງ, ມີຄວາມແຫ້ງແລ້ງ ແລະ ຝົນຕົກໜ້ອຍ.

ຢູ່ທີ່ນັ້ນ, ທ່ານ ຫຼິວຊິງຈີ ໄດ້ລ້ຽງງົວ, ປູກເຂົ້າເນື້ອທີ່ 0.7 ເຮັກຕາ, ແລະ ອາໄສຢູ່ໃນຖ້ຳດິນທີ່ມືດຄຶ້ມ.

ການເຄື່ອນຍ້າຍໄປສູ່ຖ້ຳດິນແຫ່ງໃຫມ່, ໄດ້ກາຍເປັນຄວາມປາດຖະໜາທີ່ໃຫຍ່ທີ່ສຸດຂອງຜູ້ອາວຸໂສຄົນນີ້.

ປີ 2018, ຕາແສງຢູຄົວໄດ້ສ້າງເຮືອນໃໝ່ສຳລັບການຍົກຍ້າຍຈັດສັນໃໝ່ເພື່ອແກ້ໄຂບັນຫາຊີວິດການເປັນຢູ່ຂອງປະຊາຊົນທຸກຍາກ, ແລະ ທ່ານ ຫຼິວຊິງຈີ ໄດ້ມີເຮືອນຫຼັງໃໝ່.

ຢູ່ເຮືອນໃໝ່ບໍ່ພຽງແຕ່ມີຄວາມສະບາຍໃນການໄດ້ຮັບການປິ່ນປົວ ແລະ ການເດີນທາງ, ແຕ່ຍັງມີສິ່ງຕິດຕັ້ງທີ່ອຳນວຍຄວາມສະດວກຕໍ່ຊີວິດທຸກຢ່າງເຊັ່ນ: ສູນກິດຈະກຳ, ຮ້ານຄ້ານ້ອຍ, ຕະຫລາດຜັກ ແລະ ອື່ນໆ.

ນປັດຈຸບັນນີ້, ລາວໄດ້ຍ້າຍເຮືອນເປັນເວລາຫຼາຍກວ່າ 2 ປີແລ້ວ, ຊີວິດຂອງທ່ານ ຫຼິວຊິງຈີ ໄດ້ມີການປ່ຽນແປງທີ່ຍິ່ງໃຫຍ່, ເຊິ່ງນີ້ໄດ້ເຮັດໃຫ້ຊາຍອາວຸໂສ ຫຼິວຊິງຈີ ມີຄວາມຮູ້ສຶກແປກໃຈ.





ແລະ ຊາວບ້ານຫລາຍກວ່າ 2,000 ຄົນຈາກ 18 ບ້ານໃນຕາແສງຢູຄົວເມືອງຟັງສານ ກໍຄືກັນກັບ ຫຼິວຊິງຈີ, ພວກເຂົາໄດ້ລາຈາກພູເຂົາ ແລະ ເລີ່ມຕົ້ນຊີວິດໃໝ່.

ມາຈາກ:ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ:ຈ່ານຢ້ຽນ