ຈີນ​ປະ​ຕິ​ບັດຫຼາຍ​ມາດ​ຕະ​ການ​ເພື່ອ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ແລະ​ຄວາມ​ປອດ​ໄພ​ຂອງວັກ​ຊີນ​ໂຄວິດ-19

2021-03-16 20:56:03 |ມາຈາກ:

ກົນ​ໄກ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ຮ່ວມ​​ຂອງຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ໃນ​ວັນ​ທີ 15 ມີ​ນາ​ນີ້, ທ່ານຫຼີ​ປິ່ນ ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ວ່າ: ປັດ​ຈຸ​ບັນ, ມີ​ປະ​ຊາ​ຊົນ​ຈີນ 64,98 ​ລ້ານເທື່ອ​ຄົນ​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ແລ້ວ. ຄຽງ​ຄູ່​ກັບ​ວຽກ​ງານ​ສັກ​ວັກ​ຊີນ​ໂຄວິດ-19 ໄດ້​ດຳ​ເນີນ​ໄປ​ຢ່າງ​ຮອບ​ດ້ານ, ຜູ້​ສັກ​ວັກ​ຊີນ​ກໍ​​ພວມ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ເຊື່ອ​ວ່າ: ວັກ​ຊີນ​ໂຄວິດ-19 ຂອງ​ຈີນ​ກໍ​ຈະ​ມີ​ບົດ​ບາດ​ທີ່​ນັບ​ມື້​ນັບ​ພົ້ນ​ເດັ່ນ.

ກ່ຽວ​ກັບ​ກຳ​ລັງ​ການ​ຜະ​ລິດ​ຂອງວັກ​ຊີນ​ໂຄວິດ-19, ທ່ານ​ຖຽນ​ຢຸ້ຍ​ລົງ ຫົວ​ໜ້າ​ວິ​ສະ​ວະ​ກອນ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ວ່າ: ປັດ​ຈຸ​ບັນ, ຝ່າຍ​ຜະ​ລິດ​ວັກ​ຊີນ 4 ຊະ​ນິດ​ທີ່​ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ຈຳ​ໜ່າຍ​ໃນ​ຕະຫຼາດ​ຂອງ​ຈີນ​ລ້ວນ​ແຕ່​ໄດ້​ເລີ່ມ​ການ​ຜະ​ລິດ​ຂະ​ໜາດ​ໃຫຍ່ ແລະ ຍັງ​ສືບ​ຕໍ່​ເປີດກວ້າງ​ກຳ​ລັງ​ການ​ຜະ​ລິດ​ຂອງ​ຕົນ ພ້ອມ​ທັງ​ຈະ​ສືບ​ຕໍ່​ຮ່ວມ​ກັນ​ກັບ​ປະ​ເທດ​ອື່ນໆ​ໃນ​ໂລກ​ຕ້ານ​​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ ບົນ​ພື້ນ​ຖານ​ທີ່​ຮັບ​ປະ​ກັນ​ຄວາມ​ຕ້ອງ​ການຂອງ​ແຜນ​ງານ​ສັກ​ວັກ​ຊີນ​ຢູ່​ພາຍ​ໃນ​ປະ​ເທດ​ຈີນ.