ໃນເດືອນມັງກອນຫາເດືອນກຸມພາ, ການດຳເນີນງານດ້ານເສດຖະກິດຂອງແຂວງຢຸນນານໄດ້ສະແດງທ່າອ່ຽງການຟື້ນຟູທີ່ໝັ້ນທ່ຽງຢ່າງຕໍ່ເນື່ອງ

2021-03-18 11:29:40 |ມາຈາກ:

ວັນທີ 16 ມີນານີ້, ຫ້ອງການສະຖິຕິແຂວງຢຸນນານໄດ້ເປີດເຜີຍຂໍ້ມູນໂດຍສະແດງໃຫ້ເຫັນວ່າ, ແຕ່ເດືອນມັງກອນຫາເດືອນກຸມພາໃນປີນີ້, ຕົວຊີ້ວັດທາງດ້ານເສດຖະກິດຕົ້ນຕໍຂອງແຂວງຢຸນນານໄດ້ເພີ່ມຂື້ນຢ່າງຫຼວງຫຼາຍ, ການດຳເນີນງານດ້ານເສດຖະກິດສະແດງທ່າອ່ຽງການຟື້ນຟູທີ່ໝັ້ນທ່ຽງຢ່າງຕໍ່ເນື່ອງນັບຕັ້ງແຕ່ປີທີ່ຜ່ານມາ, ແລະ ຄວາມຄາດຫວັງຂອງຕະຫຼາດສືບຕໍ່ດີຂຶ້ນ.

ໃນເດືອນມັງກອນຫາເດືອນກຸມພາ, ການຜະລິດອຸດສາຫະກຳໃນແຂວງຢຸນນານໄດ້ເພີ່ມຂື້ນຢ່າງໄວວາ, ແລະ ມູນຄ່າເພີ່ມຂອງວິສາຫະກິດອຸດສາຫະກຳທັງໝົດທີ່ມີລາຍຮັບຂອງທຸລະກິດກາຍ 20 ລ້ານຢວນ,ໄດ້ເພີ່ມ​ຂຶ້ນ 24.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ທີ່ຜ່ານມາ. ໃນນັ້ນ, ມູນຄ່າເພີ່ມຂອງຂະແໜງການບໍ່ແຮ່ໄດ້ເພີ່ມຂື້ນ 21,6%, ມູນຄ່າເພີ່ມຂອງຂະແໜງການການຜະລິດໄດ້ເພີ່ມຂຶ້ນ 23,7%, ມູນຄ່າເພີ່ມຂອງຂະແໜງການຜະລິດ ແລະ ການສະໜອງນ້ຳ, ແກັສ, ພະລັງງານຄວາມຮ້ອນ, ພະລັງງານໄຟຟ້າໄດ້ເພີ່ມຂື້ນ 27%.

ແຕ່ເດືອນມັງກອນຫາເດືອນກຸມພາ, ການລົງທຶນຊັບສິນຄົງທີ່ (ບໍ່ລວມຄອບຄົວກະສິກຳ) ໃນແຂວງຢຸນນານເພີ່ມຂຶ້ນ 50,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້, ໃນນັ້ນ,ການລົງທຶນກະສີກຳໄດ້ເພີ່ມຂຶ້ນ 1,1 ເທົ່າ, ການລົງທຶນອຸດສາຫະກຳໄດ້ເພີ່ມຂຶ້ນ 23,8% , ແລະ ການລົງທຶນການບໍລິການໄດ້ເພີ່ມຂຶ້ນ 52,5%.

ແຕ່ເດືອນມັງກອນຫາເດືອນກຸມພາ, ຍອດຂາຍຍ່ອຍສິນຄ້າບໍລິໂພກຂອງສັງຄົມຂອງແຂວງຢຸນນານບັນລຸໄດ້ 153,288 ຕື້ຢວນ, ເພີ່ມຂຶ້ນ 23,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້, ຍອດການຄ້າຕໍ່ຕ່າງປະເທດຂາເຂົ້າຂາອອກຂອງແຂວງຢຸນນານມີເຖິງ 54,580 ຕື້ຢວນ, ເພີ່ມຂຶ້ນ 86,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້, ສະແດງໃຫ້ເຫັນທ່າອ່ຽງການເຕີບໂຕຢ່າງໄວວາ.

ມາຈາກ: ໜັງສຶພິມລາຍວັນຢຸນນານ

ນັກຂ່າວ: ຫູຊຽວລົງ