ການ​ດຶງ​ດູດ​ການ​ລົງ​ທຶນ​ຕົວ​ຈິງ​ຂອງ​ຕ່າງ​ປະ​ເທດ​ໃນ​ຈີນ​ໄດ້ເພີ່ມ​ຂຶ້ນ 31,5%

2021-03-18 17:55:08 |ມາຈາກ: CRI

​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ຫຼ້າ​ສຸດ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ກຸມ​ພາ​ປີ​ນີ້, ການ​ລົງ​ທຶນ​ໂດຍ​ກົງ​ຂອງຕ່າງ​ປະ​ເທດ​ໃນ​ຈີນ​ໄດ້​ບັນ​ລຸ​ເຖິງ 176,76 ຕື້ຢວນ, ເພີ່ມ​ຂຶ້ນ 31,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ທ່ານ​ນາງ ເນ້ຍ​ຜິງ​ສ່ຽງ ນັກ​ຄົ້ນ​ຄວ້າ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ແລະ​ການ​ຄ້າ​ສາ​ກົນ​ຂອງ​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ກ່າວ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ໃນ 2 ເດືອນ​​ຕົ້ນ​ປີ​ນີ້, ສາ​ເຫດ​ທີ່​ເຮັດ​ໃຫ້​ຕົວ​ເລກ​ດ້ານ​ການ​ດຶງ​ດູດການ​ລົງ​ທຶນ​ຕົວ​ຈິງ​ຂອງ​ຕ່າງ​ປະ​ເທດ​​​ໃນ​ຈີນເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ນັ້ນ​ຕົ້​ນ​ຕໍມີສອງ​ດ້ານຄື: ດ້ານ​ໜຶ່ງ, ​ໃນ​ເດືອນ​ມັງ​ກອນ​ຫາ​ເດືອນ​ກຸມ​ພາ​ປີ 2020 ພໍ​ດີ​ແມ່ນ​ຢູ່​ໃນໄລ​ຍະ​ທີ່ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່​ຈີນ​ເຂັ້ມ​ງວດ​ຫຼາຍ, ​ສະ​ນັ້ນການ​ລົງ​ທຶນ​ຕົວ​ຈິງ​ຂອງ​ຕ່າງ​ປະ​ເທດ​​​ໃນ​ຈີນ​ຈຶ່ງ​ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ, “ຕົວ​ເລກ​ພື້ນ​ຖານ​ໃນ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ແມ່ນ​ຢູ່​ໃນ​ລະ​ດັບ​ອ່າວ​ຕ່ຳ​​ຈຶ່ງ​ໄດ້ເຮັດ​ໃຫ້​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​​ໃນຈີນ​ໃນ​ເດືອນ​ມັງ​ກອນ​ຫາ​ເດືອນ​ກຸມ​ພາ​ປີ​ນີ້​​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ”. ອີກ​ດ້ານ​ໜຶ່ງ, ພາຍ​ໃຕ້​ສະ​ພາບ​ທີ່​ເສດ​ຖະ​ກິດ​ໂລກ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ປີ 2020, ຈີນໄດ້​ນຳ​ໜ້າ​​ໝູ່​ໃນ​ການຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ສຳ​ເລັດ​ຜົນ, ນຳ​ໜ້າ​ໝູ່​ບັນ​ລຸ​ການ​ຟື້ນ​ຟູ​ການ​ເຮັດ​ວຽກ​ແລະ​ການ​ຜະ​ລິດ​ຄືນ​ໃໝ່, ກາຍ​ເປັນ​ບ່ອນ​ປອດ​ໄພ​ສຳ​ລັບ​ການ​ລົງ​ທຶນຂອງ​ບໍ​ລິ​ສັດ​ຂ້າມ​ຊາດ. ປີ 2021, ເສດ​ຖະ​ກິດ​ຈີນ​ໄດ້​ປະ​ກົດ​ມີ​ທ່າ​ອ່ຽງ​ຂອງ​ການ​ເຕີບ​ໂຕ​ທີ່​ນັບ​ມື້​ນັບ​ດີ​ຂຶ້ນ, ພາຍ​ໃຕ້​ສະ​ພາບ​ທີ່​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ປະ​ເທດ​​ສຳ​ຄັນ​ຕົ້ນ​ຕໍ​ຍັງ​ບໍ່​ທັນ​ສາ​ມາດ​ຄວບ​ຄຸມ​ໄວ້​ໄດ້​ຢ່າງ​ຮອບ​ດ້ານ,ແຮງ​ດຶງ​ດູດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ໃນ​ຈີນ​ກໍ​ຍິ່ງ​ຈະ​ເພີ່ມ​ຂຶ້ນ​ຕື່ມ​ອີກ.