ເຄື່ອງມືອຸປະກອນເຕັກໂນໂລຢີຂັ້ນສູງເຮັດໃຫ້ການໄຖນາໃນລະດູໃບໄມ້ປົ່ງງ່າຍຂຶ້ນ

2021-03-19 15:50:39 |ມາຈາກ:

ນິຄົມກະສິກຳດ້າທ່ຽນທີ່ຕັ້ງຢູ່ເມືອງນານຊາງ ແຂວງຈ່ຽງຊີ ພາກຕາເວັນອອກສ່ຽງໃຕ້ ຂອງປະເທດຈີນ,ແມ່ນນິຄົມກະສິກຳແຫ່ງໜຶ່ງທີ່ນຳໃຊ້ເຄື່ອງມືອຸປະກອນເຕັກໂນໂລຢີຂັ້ນສູງທົດແທນການໄຖນາດ້ວຍຄົນໃນລະດູໃບໄມ້ປົ່ງ.

ຢູ່ນີ້ພວກເຮົາບໍ່ສາມາດເຫັນສະພາບການໄຖນາດ້ວຍຄົນໃນລະດູໃບໄມ້ປົ່ງ. ສິ່ງທີ່ພວກເຮົາສາມາດເຫັນໄດ້ນັ້ນຄື:

ເຄື່ອງຈັກໄຖນາແບບບໍ່ມີຄົນຂັບແລ່ນໝູນວຽນໄປມາ, ມັນໃຊ້ເວລາພຽງ 7 ນາທີ ໃນການໄຖການປູກ ຢູ່ໃນເນື້ອທີ່ນາ 0,06 ເຮັກຕາ.

ເຄື່ອງປູກພືດແບບບໍ່ມີຄົນຂັບ, ທຸກໆວັນສາມາດປັກດໍາຕົ້ນກ້າໃນເນື້ອທີ່ນາ 26,6 ເຮັກຕາ,

ແລະລົດບົວລະບັດພືດແບບບໍ່ມີຄົນຂັບ, ຕ້ອງການພຽງແຕ່ 1 ນາທີ ມັນກໍສຳເລັດການບົວລະບັດຮັກສາພືດພັນໃນເນື້ອທີ່ 0,13 ເຮັກຕາ.

ໃນປະຈຸບັນ, ນິຄົມກະສິກຳ ນໍາໃຊ້ການດໍາເນີນທຸລະກິດແບບຂະໜາດໃຫຍ່ ການຜະລິດຫັນເປັນກົນຈັກ ແລະການຄຸ້ມຄອງແບບດິຈິຕອນ. ໃນນັ້ນ, ລະບົບການຄຸ້ມຄອງດິຈິຕອນສາມາດສະແດງຂໍ້ມູນຂອງທຸກອຸປະກອນທີ່ໄຖນາໃນເວລາຈິງ. ຕ້ອງການພຽງແຕ່ 26 ຄົນ, ກໍສາມາດເຮັດການປູກຝັງໃນເນື້ອທີ່ນາ 666,6 ເຮັກຕາ. ເຄື່ອງມືອຸປະກອນເຕັກໂນໂລຢີຂັ້ນສູງເຮັດໃຫ້ການໄຖນາໃນລະດູໃບໄມ້ປົ່ງງ່າຍຂຶ້ນຄືແນວນີ້ລະ.

ມາຈາກ:ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ:ວຽນຈັນ ຜົງເຈົ້າຈີ່