ປີ 2020, GDP ຂອງ ສປປ ລາວ ບັນລຸ 2.664 ໂດລາ ຕໍ່ຄົນ

2021-03-23 16:17:56 |ມາຈາກ: CRI

ກອງປະຊຸມສະພາແຫ່ງຊາດຊຸດທີ IX ຈັດຂຶ້ນໃນວັນທີ 22 ມີນາ 2021 ໃນໂອກາດ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອ່ານບົດລາຍງານ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ແຜນງົບປະມານແຫ່ງລັດ 5 ປີ (2016-2020) ໄດ້ຮັບການຈັດຕັ້ງປະຕິບັດສໍາເລັດຫຼາຍປະການ ແລະ ສາມາດສະຫຼຸບໄດ້ໂດຍສັງເຂບຄື:

ທ່ານນາຍົກໃຫ້ຮູ້ວ່າ: ການເຕີບໂຕເສດຖະກິດສະເລ່ຍ 5 ປີຂະຫຍາຍຕົວ 5,8% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນຕໍ່ຫົວຄົນໃນ (GDP) ປີ 2020 ບັນລຸ 2.664 ໂດລາ, ລວມຍອດລາຍໄດ້ແຫ່ງຊາດຕໍ່ຫົວຄົນ (GNI) ເທົ່າກັບ 2.106 ໂດລາ. ໃນນັ້ນ, ຂະແໜງການກະສິກໍາຂະຫຍາຍຕົວ 2,1% ກວມເອົາ 16,60% ຂອງ GDP, ຂະແໜງອຸດສາຫະກໍາ 9,1% ກວມເອົາ 33% ຂອງ GDP, ຂະແໜງບໍລິການ 4,8% ກວມເອົາ 39,50% ຂອງ GDP, ພາສີ-ອາກອນ 5,2% ກວມເອົາ 10,9% ຂອງ GDP. ພ້ອມກັນນີ້, ເສດຖະກິດມະຫາພາກໃນດ້ານການເງິນສາມາດປະຕິບັດລາຍຮັບທັງໝົດໄດ້ 120.672 ຕື້ກີບເທົ່າກັບ 15,9% ຂອງ GDP ຫຼືເທົ່າກັບ99%ຂອງແຜນການດັດແກ້, ການແກ້ໄຂບັນຫາໜີ້ສິນໄດ້ທັງໝົດ 11.008,69 ຕື້ກີບ, ອັດຕະເງິນເຟີ້ສະເລ່ຍຢູ່ໃນລະດັບ 2,57% ຕໍ່ປີ, ອັດຕາແລກປ່ຽນເງິນກີບທຽບໃສ່ໂດລາ ສະເລ່ຍອ່ອນຄ່າ 2,75% ແລະ ເງິນກີບທຽບໃສ່ເງິນບາດອ່ອນຄ່າ 5,0%, ດ້ານອຸດສາຫະກໍາປຸງແຕ່ງ ແລະຫັດຖະກໍາປະຕິບັດໄດ້ 52.728 ຕື້ກີບຕໍ່ປີ, ການຈາລະຈອນສິນຄ້າປະຕິບັດໄດ້ 285.153 ຕື້ກີບ, ການພັດທະນາສີມືແຮງງານໄດ້ປະມານ 4,2 ແສນຄົນ, ການຈັດຫາວຽກເຮັດງານທໍາພາຍໃນ ແລະຕ່າງປະເທດໄດ້ປະມານ 5,6 ແສນຄົນ, ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄືບໜ້າເກືອບ 96%, ສໍາເລັດການກໍ່ສ້າງທາງດ່ວນໄລຍະ 1 ວຽງຈັນ-ວັງວຽງ, ໂຄງການສົ່ງອອກກະແສໄຟຟ້າໄດ້ 7.203 ລ້ານໂດລາ, ສົ່ງອອກບໍ່ແຮ່ປະຕິບັດໄດ້ 6,66 ຕື້ໂດລາ ແລະໂຄງການໃນເຂດເສດຖະກິດພິເສດປະຕິບັດໄດ້ 1,81 ຕື້ໂດລາ.