ທ່ານ ທອງລຸນ ສີສຸລິດ ຖືກເລືອກຕັ້ງເປັນປະທານປະເທດ ແຫ່ງ ສປປ ລາວ

2021-03-23 16:20:01 |ມາຈາກ: CRI

ໃນກອງຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ທີ່ໄຂຂຶ້ນໃນວັນທີ 22 ມີນາ 2021 ທີ່ຫໍສະພາແຫ່ງຊາດ, ທ່ານນາງ ສູນທອນ ໄຊຍະຈັກ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ສະເໜີມາດຖານເງື່ອນໄຂ ແລະເປົ້າໝາຍຜູ້ຈະຖືກເລືອກຕັ້ງໃຫ້ເປັນປະທານປະເທດ. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດໄດ້ປະກອບຄໍາເຫັນ ແລະລົງຄະແນນສຽງ ເປັນເອກະສັນກັນເລືອກເອົາ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ຂຶ້ນເປັນປະທານປະເທດ ແຫ່ງ ສປປ ລາວ ຄົນໃໝ່.