ຈີນ-ຣັດ​ເຊຍ​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບບາງ​ບັນ​ຫາ​ໃນ​ການ​ບໍ​ລິ​ຫານ​ໂລກ​ໃນ​ປັດ​ຈຸ​ບັນ

2021-03-24 17:40:49 |ມາຈາກ: CRI

ວັນ​ທີ 23 ມີ​ນາ​ນີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແລະ​ຣັດ​ເຊຍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ບາງ​ບັນ​ຫາ​ໃນ​ການ​ບໍ​ລິ​ຫານ​ໂລກ​ໃນ​ປັດ​ຈຸ​ບັນ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ສະ​ພາບ​ການ​ແຜ່​ລະ​ບາດ​ ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ຕໍ່​ເນື່ອງໄດ້​ເຮັດ​ໃຫ້​ສະ​ພາບ​ການ​ສາ​ກົນ​ຜັນ​ແປໄວຂຶ້ນກວ່າເກົ່າ, ລະ​ບົບ​ບໍ​ລິ​ຫານ​ໂລກ​ເສຍ​ຄວາມ​ດຸນ​ດ່ຽງ​ເພີ່ມຂຶ້ນ, ຂະ​ບວນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໄດ້ຮັບ​ຜົນ​ກະ​ທົບ, ໄພ​ຂົ່ມ​ຂູ່​ໃໝ່​ແລະ​ສິ່ງ​ທ້າ​ທາຍ​ໃໝ່​ທີ່ມີລັກ​ສະ​ນະ​ທົ່ວ​ໂລກ​ໄດ້​ປາ​ກົດ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ໂລກ​ໄດ້​ເຂົ້າ​ສູ່​ໄລ​ຍະ​ປັ່ນ​ປ່ວນ​ແລະ​​ມີ​ການປ່ຽນ​ແປງ​ໃໝ່. ປະ​ຊາ​ຄົມ​ໂລກ​ຄວນ​ໂຈະ​ຄວາມ​ຂັດ​ແຍ້ງ​ໄວ້​ກ່ອນ, ເຕົ້າ​ໂຮມ​ຄວາມ​ເຫັນທີ່​ເປັນ​ເອ​ກະ​ພາບ​ກັນ, ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ກັນເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​​ໂລກແລະ​ຄວາມ​ໝັ້ນ​ຄົງ​ທາງ​ຍຸ​ທະ​ສາດ​ທີ່​ຕັ້ງ​ພູມ​ສາດ, ຊຸກ​ຍູ້​ການ​ສ້າງ​ລະ​ບຽບ​ການ​ສາ​ກົນຫຼາຍ​ຂົ້ວ​ທີ່​ມີ​ຄວາມ​ຍຸ​ຕິ​ທຳ, ປະ​ຊາ​ທິ​ປະ​ໄຕ​ແລະ​ສົມ​ເຫດ​ສົມ​ຜົນຫຼາຍກວ່າ​ເກົ່າ.

ຖະ​ແຫຼງ​ການ​ໄດ້​ຄັດ​ຄ້ານ​ການ​ຖື​ເອົາ​ບັນ​ຫາ​ສິດ​ທິ​ມະ​ນຸດ​ຫັນ​ເປັນ​ບັນ​ຫາ​ການ​ເມືອງ, ໂດຍໄດ້ເນັ້ນ​ໜັກ​ວ່າ ຮູບ​ແບບ​ປະ​ຊາ​ທິ​ປະ​ໄຕ​ບໍ່​ມີມາດ​ຕະ​ຖານ​ທີ່​ເປັນ​ເອ​ກະ​ພາບ​ກັນ. ຄວນ​ເຄົາ​ລົບ​ສິດ​ທີ່​ຊອບ​ທຳ​ຂອງ​ປະ​ເທດ​ອະ​ທິ​ປະ​ໄຕ​ໃນ​ການ​ເລືອກ​ເສັ້ນ​ທາງ​ພັດ​ທະ​ນາ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ.

ຖະ​ແຫຼງ​ການໄດ້​ລະ​ບຸ​ວ່າ: ທຸກໆ​ປະ​ເທດ​ລ້ວນ​ແຕ່​ຄວນ​ປົກ​ປັກ​ຮັກ​ສາ​ລະ​ບົບ​ສາ​ກົນ​ທີ່​ຖື​ອົງ​ການ​ສ​ະ​ຫະ​ປະ​ຊ​າ​ຊາດ​ເປັນ​ແກນ​ກາງແລະ​ລະ​ບຽບ​ການ​ສາ​ກົນ​ທີ່​ຖື​ກົດ​ໝາຍ​ສາ​ກົນ​ເປັນ​ພື້ນ​ຖານ. ປະ​ເທດ​ໃຫຍ່​ລະ​ດັບ​ໂລກ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ສະ​ມາ​ຊິກ​ຖາ​ວອນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄວນ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ນຳ​ໜ້າ​ປົກ​ປັກ​ຮັກ​ສາ​ກົດ​ໝາຍ​ສາ​ກົນ​ແລະ​ລະ​ບຽບ​ການ​ສາ​ກົນ​ທີ່​ຖື​ກົດ​ໝາຍ​ສາ​ກົນ​ເປັນ​ພື້ນ​ຖານ. ພາຍ​ໃຕ້​ສະ​ພາບ​ການ​ທີ່​ການ​ເມືອງ​ສາ​ກົນ​ປັ່ນ​ປ່ວນ​ຮຸນ​ແຮງ​ຂຶ້ນ, ຈຶ່ງມີ​ຄວາມ​ຮຽກ​ຮ້ອງ​ໃຫ້​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ປະ​ເທດ​ສະ​ມາ​ຊິກ​ຖາ​ວອນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ຮີບ​ດ່ວນ, ໂດຍຜ່ານເວທີ​ການ​ສົນ​ທະ​ນາ​ໂດຍ​ກົງ​ນີ້ເພື່ອ​ຄົ້ນ​ຄວ້າຫາ​ວິ​ທີ​ທາງ​ແກ້​ໄຂ​ບັນ​ຫາ​ຮ່ວມ​ຂອງມວນ​ມະ​ນຸດ, ປົກ​ປັກ​ຮັກ​ສາ​ຄວາ​ໝັ້ນ​ຄົງ​ຂອ​ງ​ທົ່ວ​ໂລກ.