ຜັກອິນຊີແພງ? ມາຮູ້ຈັກກັບສວນປູກຜັກພູພຽງທົງໄຮ “001”

2021-03-25 20:28:10 |ມາຈາກ:

ລົດບັນທຸກຂົນສົ່ງຜັກກາດ ຜັດກາດຂาວ ແລະ ຜັກສົດຕ່າງໆກຳລັງເຂົ້າໆອອກໆ, ກຳມະກອນກຳລັງຫຍຸ້ງວຽກຂົນເຄື່ອງ ແລະ ປຸງແຕ່ງ, ມື້ທີສອງ ຜັກສົດເຫຼົ່ານີ້ກໍຈະຖືກຈຳໜ່າຍໄປຕະຫຼາດທັງພາຍໃນ ແລະ ຕ່າງປະເທດ.

ນັບແຕ່ປີ 2003 ເປັນຕົ້ນມາ, ບໍລິສັດຜະລິດຕະພັນການກະເສດພູພຽງເມືອງທົງໄຮ ທີ່ແຂວງຢຸນນານ ຈີນ ໄດ້ຕັ້ງເປົ້າໝາຍສ້າງເປັນວິສາຫະກິດກະສິກຳໃນດ້ານການເພາະພັນແນວພັນຜັກ ເຮັດການສາທິດ ແລະ ໂຄສະນາເຜີຍແຜ່ ແລະ ເຮັດການຜະລິດ ປຸງແຕ່ງ ຈຳໜ່າຍ ເສັ້ນຫົວໄຊເທົ້າແຫ້ງ ຄົບວົງຈອນ. ມາຮອດປັດຈຸບັນ, ທາງບໍລິສັດໄດ້ຮັບລາຍການລິຂະສິດ 9 ລາຍການ ແລະ ມີປະເພດສິນຄ້າ 50 ກວ່າຢ່າງ.

ນັບແຕ່ເດືອນພະຈິກ 2020 ເປັນຕົ້ນມາ, ບໍລິສັດຜະລິດຕະພັນການກະເສດພູພຽງເມືອງທົງໄຮ ໄດ້ເລີ່ມການກໍ່ສ້າງສວນປູກຜັກອິນຊີ, ເຊິ່ງນຳໃຊ້ເຕັກນິກການກະເສດອິນຊີທີ່ທັນສະໄໝ ແລະ ແມ່ນຢຳ, ບໍ່ໃຊ້ຝຸ່ນເຄມີ ບໍ່ໃຊ້ຢາຂ້າສັດຕູພືດ, ຄຸນນະພາບທຽບເທົ່າມາດຕະຖານຂອງຜັກອີນຊີ, ມີທ່າແຮງສາມຢ່າງທີ່ພົ້ນເດັ່ນຄື: ລົດຊາດດີ, ຮັບປະກັນຄວາມປອດໄພ ແລະ ມີທາດບຳລຸງຫຼາຍ.