ຂະບວນລົດໄຟແພນດ້າ ຂະບວນທຳອິດຂອງຈີນມາແລ້ວ, ຢາກນັ່ງບໍ?

2021-03-29 15:55:13 |ມາຈາກ:

ເວລາ 9 ໂມງຂອງວັນທີ 24 ມີນາ, ຂະບວນລົດສຳຜັດປະສົບການຂະບວນທຳອິດໄດ້ອອກເດີນທາງຈາກສະຖານີເສີງຕູ່, ຂະບວນລົດດັ່ງກ່າວໄດ້ກຳນົດຈຳນວນຄົນ 252 ບ່ອນນັ່ງ, ອີງຕາມແຜນພັດທະນາເພື່ອຍົກລະດັບລະບົບການສະໜອງບໍລິການໃນດ້ານການທ່ອງທ່ຽວ, ໄດ້ສະໜອງແຜນບໍລິການ “ໂຮງແຮມເຄື່ອນທີ່” ຄຸນນະພາບສູງໃຫ້ນັກທ່ອງທ່ຽວທີ່ລວມເອົາ “ການກິນ, ຢູ່, ເດີນທາງ, ທ່ອງທ່ຽວ, ຊື້ເຄື່ອງ, ບັນເທີງ” ໄວ້ໃນບ່ອນດຽວ.

ເຂດທີ່ພັກໃນຂະບວນລົດມີເນື້ອທີ່ບໍ່ຄືກັນ ມີເນື້ອທີ່ແຕ່ 3.38 ຕາແມັດ ໄປຈົນຮອດ 9.5 ຕາແມັດ, ເໝາະສົມກັບຄວາມຕ້ອງການການເດີນທາງຂອງກຸ່ມຄົນທີ່ແຕກຕ່າງກັນ, ມີອຸປະກອນເຟີນິເຈີຄຸນນະພາບດີ, ຫ້ອງນ້ຳແຍກຕ່າງຫາກ, ລະບົບຝັກບົວທີ່ມີອຸນຫະພູມຄົງທີ່, ອຸປະກອນລັອກໄຟຟ້າອັດສະລິຍະ, ມີ Wifi ກວມເອົາທຸກພື້ນທີ່ ແລະ ອື່ນໆ, ເປັນການສ້າງບັນຍາກາດພື້ນທີ່ສ່ວນຕົວອັນສະດວກສະບາຍ.