ຈີນ​ໄດ້​ສັກ​ວັກ​ຊີນຕ້ານໂຄວິດ-19 ລວມທັງ​ໝົດ​ຫຼາຍກວ່າ 100 ລ້ານ​ເທື່ອ​ຫຼອດ

2021-03-29 17:38:12 |ມາຈາກ: CRI

ປະ​ຈຸ​ບັນ, ຈີນ​ກຳ​ລັງ​ເລັ່ງ​ລັດ​ການ​ສັກ​ວັກ​ຊີນ​​ຕ້ານໂຄວິດ-19 ໃຫ້​ປະ​ຊາ​ຊົນ​ດ້ວຍ​ຄວາມ​ປອດ​ໄພ ແລະ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ. ຕາມ​ຂໍ້​ມູນ​ສະ​ຖິ​ຕິ​ສະ​ບັບ​ຫຼ້າ​ສຸດ​ຂອງ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແລະ​ສຸ​ຂະ​ພາບ​ແຫ່ງ​ຊາດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ວັນ​ທີ 27 ມີ​ນານີ້, ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ສັກ​ວັກ​ຊີນ​​ຕ້ານໂຄວິດ-19 ​ລວມ​ທັງ​ໝົດ 102 ລ້ານ 4 ແສນ 1 ໝື່ນ 7 ພັນ​ເທື່ອ​ຫຼອດ.

ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແລະ​ສຸ​ຂະ​ພາບ​ແຫ່ງ​ຊາດ​ຈີນໃຫ້​ຮູ້​ວ່າ: ປະ​ຈຸ​ບັນ, ຈີນ​ໄດ້​ສ້າງ​ລະ​ບົບ​ປະ​ສານ​ງານ​ເພື່ອ​ຕິດ​ຕາມ​ວັກ​ຊີນ​​ຕ້ານໂຄວິດ-19 ຜ່ານທາງ​ເອ​ເລັກ​ໂຕຼນິກໃນ​ທົ່ວ​ປະ​ເທດ, ເຊິ່ງ​ສາ​ມາດກວດ​ກາ​ແຫຼ່ງ​ທີ່​ມາ​ຂອງວັກ​ຊີນໄດ້, ທັງ​ສາ​ມາດ​ຕິດ​ຕາມ​ບ່ອນ​ນຳ​ໃຊ້​ໄດ້. ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຈະ​ຕິດ​ຕາມກວດ​ກາ​​ເປັນ​ປະ​ຈຳ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ການ​ຂົນ​ສົ່ງ​ແລະ​ຮັກ​ສາ​ວັກ​ຊີນ.

ນອກ​ນີ້, ໂດຍ​ອີງ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ກົນ​ໄກ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ຮ່ວມ​ຂອງ​ລັດ​ຖະ​ບານ​ຈີນ, ຕ້ອງ​ມີ​ພະ​ນັກ​ງານ​ປິ່ນ​ປົວແລະ​ກອບ​ກູ້​ສຸກ​ເສີນປະ​ຈຳ​ຢູ່​ສະ​ຖານ​ທີ່​ສັກ​ວັກ​ຊີນ, ຕ້ອງ​ມີ​ອຸ​ປະ​ກອນ​ແລະ​ຢາ​ເພື່ອກອບ​ກູ້​ສຸກ​ເສີນ, ແລະ​ຕ້ອງ​ມີ​ລົດ​ໂຮງ​ໝໍ​ປະ​ຈຳ​ຢູ່​ສະ​ຖານ​ທີ່​ສັກ​ວັກ​ຊີນ. ພ້ອມ​ກັນ​ນັ້ນ, ແຫ່ງ​ຕ່າງ​ໆ​ຕ້ອງ​ເພີ່ມ​ທະ​ວີ​ການ​ຕິດ​ຕາມ​ຕໍ່​ອາ​ການ​ຜິດ​ປົກ​ກະ​ຕິ​ຫຼັງ​ການ​ສັກ​ວັກ​ຊີນ.