ທ່ານສີ​ຈິ້ນ​ຜິງ​ສົ່ງ​ສານສະ​ແດງ​ຄວາມ​ເຫັນ​ໃຈ​ເຖິງປະ​ທາ​ນາ​ທິ​ບໍ​ດີເອ​ຢິບ

2021-03-29 17:39:12 |ມາຈາກ: CRI

​ວັນ​ທີ 27 ມີ​ນານີ້ ທ່ານສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີ​ນ​ໄດ້​ສົ່ງ​ສານສະ​ແດງ​ຄວາມ​ເຫັນ​ໃຈ​ເຖິງປະ​ທາ​ນາ​ທິ​ບໍ​ດີເອ​ຢິບ​ໃນ​ກໍ​ລະ​ນີ​ທີ່​ໄດ້​ເກີດ​ອຸ​ບັດ​ເຫດ​ລົດ​ໄຟ​ຕຳ​ກັນ​ຢູ່​ເອ​ຢິບ.

ໃນ​ສານສະ​ແດງ​ຄວາມ​ເຫັນ​ໃຈ​ເຖິງ ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ:​ໄດ້ຮັບ​ຂ່າວ​ເສົ້າ​ສະ​ຫຼົດ​ໃຈ​ທີ່​ຢູ່​ເອ​ຢິບ​ໄດ້​ເກີດ​ອຸ​ບັ​ດ​ເຫດ​ລົດ​ໄຟ​ຕຳ​ກັນ ​ແລະ​ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຫຼາຍ​ຄົນ​ເສຍ​ຊີ​ວິດ​ແລະ​ໄດ້ຮັບ​ບາ​ດ​ເຈັບ. ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ແລະ​ໃນນາມ​ສ່ວນ​ຕົວ​, ຂໍ​ສົ່ງຄວາມ​ໄວ້​ອາ​ໄລ​​ອັນເລິກ​ເຊິ່ງ​ມາ​ຍັງ​ຜູ້​ປະ​ສົບ​ເຄາະ​ຮ້າຍ,​ແລະ​ສະ​ແດງຄວາມ​ເຫັນ​ໃຈ​ຢ່າງ​ສຸດ​ຊຶ້ງ​ມາ​ຍັງຄອບ​ຄົວ​ຂອງ​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ ແລະ​ຜູ້​ໄດ້​ຮັບ​ບາດ​ເຈັບ, ​​​ຫວັງ​ວ່າ ​ຜູ້ໄດ້​ຮັບ​ບາດ​ເຈັບ​ຈະ​ຟື້ນ​ຟູ​ສຸ​ຂະ​ພາບ​ດີ​ຄືນ​ໃໝ່​ໂດຍ​ໄວ.