ຂ້ອຍຍ້ອງຍໍດອກຝ້າຍຈາກຊິນຈ່ຽງ

2021-03-30 15:51:48 |ມາຈາກ:

ປະເທດຈີນເປັນປະເທດທີ່ບໍລິໂພກຝ້າຍທີ່ຫຼາຍທີ່ສຸດໃນໂລກ ແລະ ເປັນປະເທດທີ່ຜະລິດຝ້າຍທີ່ໃຫຍ່ອັນດັບສອງຂອງໂລກ, ຈີນຜະລິດຝ້າຍປະມານ 5,95 ລ້ານໂຕນໃນສົກປີ 2020/2021. ຈຳນວນຄວາມຕ້ອງການຝ້າຍທັງໝົດປະມານ 7,8 ລ້ານໂຕນ. ເພື່ອຕອບສະໜອງຄວາມຕ້ອງການພາຍໃນປະເທດ, ຈີນຕ້ອງນຳເຂົ້າຝ້າຍປະມານ 2 ລ້ານໂຕນຕໍ່ປີ.

ປະຈຸບັນ, ຊິນຈ່ຽງແມ່ນເຂດຜະລິດຝ້າຍທີ່ໃຫຍ່ທີ່ສຸດໃນປະເທດຈີນ ແລະ ເປັນເຂດຜະລິດຝ້າຍທີ່ສຳຄັນໃນໂລກ. ຝ້າຍຂອງຊິນຈ່ຽງມີຄຸນນະພາບສູງ ແລະ ບໍ່ສາມາດຕອບສະໜອງກັບຄວາມຕ້ອງການໄດ້ທັນໃນຕະຫຼອດປີ.ໃນປີ 2020, ຜົນຜະລິດຝ້າຍຂອງຊິນຈ່ຽງບັນລຸເຖິງ 5.161 ລ້ານໂຕນ, ເຊິ່ງກວມເອົາ 87,3% ຂອງຜົນຜະລິດຝ້າຍຂອງຈີນທັງໝົດ. ຜົນຜະລິດທັງໝົດ, ຜົນຜະລິດຕໍ່ພື້ນທີ່ຫົວໜ່ວຍ ແລະ ເນື້ອທີ່ປູກຕົ້ນໄມ້ຂອງຝ້າຍຊິນຈ່ຽງໄດ້ຈັດເປັນອັນດັບທຳອິດໃນປະເທດຈີນເປັນເວລາ 26 ປີລຽນຕິດ.

ການຜະລິດຝ້າຍຢູ່ຊິນຈ່ຽງແມ່ນບັນລຸການນຳໃຊ້ເຄື່ອງຈັກລະດັບສູງມາແຕ່ດົນນານມາແລ້ວ, ພ້ອມດຽວກັນນັ້ນ, ຈາກອະດີດຈົນເຖິງປັດຈຸບັນ, ຊິນຈ່ຽງບໍ່ມີ ແລະ ບໍ່ຈຳເປັນຕ້ອງບັງຄັບຄົນເກັບຝ້າຍ. ເຖິງແມ່ນວ່າການເກັບຝ້າຍມີຄວາມຍາກຫຼາຍ, ແຕ່ເນື່ອງຈາກວ່າຄອບຄົວຊາວກະສິກອນກໍຕ້ອງຮັບຜິດຊອບຕໍ່ດ້ານສະບຽງອາຫານ ແລະ ການເປັນຢູ່, ແລະ ລາຍຮັບກໍ່ສູງ, ປະຊາຊົນກໍ່ລ້ວນສະໝັກໃຈເຂົ້າຮ່ວມໃນວຽກງານການເກັບຝ້າຍ.