ຈີນ​ຈະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ຢາ​ແລະ​ແພດ​ແຜນຈີນ ຊຸກ​ຍູ້ໃຫ້​ຢາ​ແລະ​ແພດ​ແຜນຈີນ“ຍ່າງອອກ​ໄປສູ່​ໂລກ”

2021-03-30 17:49:41 |ມາຈາກ: CRI

ຕາ​ມ​ຂ່າວCRI:ວັນ​ທີ 29 ມີ​ນາ​ນີ້, ທ່ານ​ຢຸຍ​ເວີນ​ໝີງ, ຫົວ​ໜ້າ​ກົມ​ການ​ຄຸ້ມ​ຄອງ​ຢາ​ແລະ​ແພດ​ແຜນ​​ຈີນ​ແຫ່ງ​ຊ​າດຈີນ​ກ່າວ​ໃນ​ກອ​ງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໂດຍ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານຈີນ​ວ່າ, ໃນ​ໄລ​ຍະ​ປະ​ຕິ​ບັດ “ແຜນ​ພັດ​ທະ​ນາເສດ​ຖ​ະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີຄັ້ງ​ທີ 14”, ຈີນ​ຈະເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ຢາ​ແລະ​ແພດ​ແຜນຈີນ ເພື່ອຊຸກ​ຍູ້ໃຫ້​ຢາ​ແລະ​ແພດ​ແຜນຈີນ“ຍ່າງ​ອອກໄປສູ່​ໂລກ”.

ທ່ານ​​ຢຸຍ​ເວີນໝີງ​ກ່າວ​ວ່າ, ໃນ​ຂະ​ບວນ​ການ​​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຢາ​ແລະ​ແພດ​ແຜນ​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ທ່າ​ແຮງ​​ພິ​ເສດ​ແລະ​ບົດ​ບາດ​ທີ່​ມີ​ຄຸນ​ຄ່າ, ກໍ​ໄດ້​ສ້າງ​ກະ​ແສ​ນິ​ຍົມ​ຢາ​ແລະ​ແພດ​ແຜນ​ຈີນ​ຮອບ​ໃໝ່. ໃນ​ໄລ​ຍະ​ປະ​ຕິ​ບັດ “ແຜນ​ພັດ​ທະ​ນາ 5 ປີຄັ້ງ​ທີ 14”, ຈີນຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ​ກັບປະ​ເທດ​ສຳ​ຄັ​ນທີ່​ຢູ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ​ກ​ານ​ຮ່ວມ​ມື​ຫຼາຍ​ຝ່າຍ​ກັບອົງ​ການ​ອະ​ນາ​ໄມ​ໂລກ, ເຮັດ​ໃຫ້​ປະ​ຊາ​ຊົນ​ທົ່ວ​ໂລກເຂົ້າ​ໃຈ​ແລະຮັບ​ຮູ້​ກັບຢາ​ແລະ​ແພດ​ແຜນ​ຈີນ​ໃຫ້ຫຼາຍກວ່າ​ເກົ່າ, ​ແລະ​ເຮັດ​ໃຫ້ຢາ​ແລະ​ແພດ​ແຜນ​ຈີນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ທົ່ວ​ໂລກ​ຂະ​ນະ​ທີ່​ຮັບ​ໃຊ້​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ຈີນ.