ຈີນ​ຍິນ​ດີ​ຕ້ອນ​ຮັບອົງ​ການ ສ​ປ​ຊ ຢ້ຽມ​ຢາມ​ຊິ່ນ​ຈ່ຽງ

2021-03-30 17:50:18 |ມາຈາກ: CRI

ຕາມ​ຂ່າວ​ແຈ້ງວ່າ: ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ ສ​ປ​ຊ ໄດ້​ກ່າວ​ໃນ​ຫວ່າງ​ກ່ອນ​ນີ້​ວ່າ: ອົງ​ການ​ ສ​ປ​ຊ ພວມ​ປຶກ​ສາ​ຫາ​ລື​ກັບ​ຈີນ​ກ່ຽວ​ກັບ​ການ​ຢ້ຽມ​ຢາມເຂດ​ຊິ່ນ​ຈ່ຽງ. ວັນ​ທີ 29 ມີ​ນາ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກ​ອງ​ປະ​ຊຸມ​ຂ່າວ​ວ່າ: ຍິນ​ດີ​ຕ້ອນ​ຮັບ​ຫ້ອງ​ການ​ພະ​ນັກ​ງານ​ສະ​ເພາະ​ກິດ​ລະ​ດັບ​ສູງ​​ກ່ຽວ​ກັບສິດ​ທິ​ມະ​ນຸດ​ອົງ​ການ ສ​ປ​ຊ ຢ້ຽມ​ຢາມ​ຊິ່ນ​ຈ່ຽງ. ຈີນ​ໄດ້​ເຊື້ອ​ເຊີນ​ຫ້ອງ​ການ​ດັ່ງ​ກ່​າວ​ມາ​ຢ້ຽມ​ຢາມ​ຈີນ​ກໍ​ຄື​ຢ້ຽມ​ຢາມ​ຊິ່ນ​ຈ່ຽງ​ແຕ່​ດົນ​ແລ້ວ, ສອງ​ຝ່າຍ​ໄດ້​ຮັກ​ສາ​ການ​ແລກ​ປ່ຽນ​ມາ​ໂດຍ​ຕະຫຼອດ.

ທ່ານ​ກ່າວ​ເນັ້ນວ່າ: ເຂດ​ຊິ່ນ​ຈ່ຽງ​ຈະ​ເປີດ​ປະ​ຕູ​ຕະຫຼອດ​ໄປ. ​ຈຸດ​ປະ​ສົງ​ຂອງ​ການ​ຢ້ຽມ​ຢາມ​ແມ່ນ​ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ, ແຕ່ບໍ່​ແມ່ນ​ດຳ​ເນີນ​ການ​ສຳ​ຫຼວດກວດ​ກາ​ເພື່ອ​ລົງ​ໂທດ. ພ້ອມ​ກັນ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ກໍ​ຄັດ​ຄ້ານ​ການສວຍ​ໃຊ້​ເລື່ອງ​ນີ້​ເພື່ອ​ກໍ່​ເຫດ​ການ​ທ​າງ​ການ​ເມືອງ​ ແລະ​ເພີ່ມ​ແຮງ​ກົດ​ດັນ​ໃຫ້​ກັບ​ປະ​ເທດ​ຈີນ.