ບົດລາຍງານທີ່ສຳຄັນ! ກ່ຽວກັບການຊອກຫາແຫຼ່ງກຳເນີດຂອງໄວ​ຣ​ັ​ສໂຄວິດ-19

2021-03-31 15:04:43 |ມາຈາກ:

ໃນວັນທີ 30 ມີນາ, ບົດລາຍງານຄົ້ນຄວ້າການຮ່ວມມືຊອກຫາແຫຼ່ງກຳເນີດຂອງໄວຣັສໂຄວິດ-19 ຂອງຈີນ-ອົງການອະນາໄມໂລກໄດ້ຖະແຫຼງຂ່າວຢູ່ນະຄອນເຊີແນວ (Geneva), ເນື້ອໃນຂອງບົດລາຍງານນີ້ມິີຄວາມຄິດເຫັນວ່າ “ມັນເປັນໄປບໍ່ໄດ້ທີ່ສຸດ” ທີ່ວ່າໄວຣັສໂຄວິດ-19 ຫຼຸດຈາກຫ້ອງທົດລອງມາສູ່ມະນຸດ.

ບົດລາຍງານເຊື່ອວ່າ, ໄວຣັສໂຄວິດ-19 ທີ່ຕິດມາສູ່ຄົນໂດຍຜ່ານ “ໂຕກາງ” ແມ່ນ “ຂ້ອນຂ້າງເປັນໄປໄດ້” ຈົນເຖິງ “ເປັນໄປໄດ້ຫຼາຍ”.

ບົດລາຍງານຍັງເຫັນວ່າ ການໄປຄົ້ນຄວ້າການລະບາດຂອງໄວຣັສຢູ່ປະເທດອື່ນໆໃນໄລຍະເບື້ອງຕົ້ນທີ່ບົ່ມຊ້ອນ “ເປັນສິ່ງສຳຄັນຫຼາຍ”.

ນີ້ແມ່ນສຳນັກງານໃຫຍ່ຂອງອົງການອະນາໄມໂລກທີ່ຖ່າຍທຳຢູ່ນະຄອນເຊີແນວ ປະເທດສະວິດ ໃນວັນທີ 30 ມີນາ