"ດວງຕາຈັກກະວານຂອງປະເທດຈີນ" ເປີດຕໍ່ໂລກຢ່າງເປັນທາງການໃນວັນທີ 31 ມີນາ

2021-03-31 17:00:44 |ມາຈາກ:

ເລີ່ມແຕ່ 0:00ໂມງ ວັນທີ 31 ມີນານີ້, ກ້ອງສ່ອງທາງໄກຄື້ນວິທະຍຸເຄິ່ງໜ່ວຍກົມເສັ້ນຜ່າກາງ 500 ແມັດ (FAST) ທີ່ເອີ້ນກັນວ່າ "ດວງຕາຈັກກະວານຂອງປະເທດຈີນ" ຢູ່ເມືອງຜິງທາງ ແຂວງກູ້ຍໂຈວ ທີ່ຢູ່ພາກຕາເວັນຕົກສ່ຽງໃຕ້ຂອງຈີນ ໄດ້ເປີດໃຫ້ບໍລິການຕໍ່ໂລກຢ່າງເປັນທາງການ. ກ້ອງສ່ອງທາງໄກຄື້ນວິທະຍຸ ໄດ້ສ້າງສຳເລັດ ແລະໃຊ້ງານໃນວັນທີ 25 ກັນຍາ ປີ 2016, ແລະເປີດໃຊ້ຢ່າງເປັນທາງການໃນເດືອນມັງກອນປີ 2020. ປະຈຸບັນນີ້ ,ແມ່ນກ້ອງສ່ອງທາງໄກຄຶື້ນວິທະຍຸເສັ້ນຜ່າກາງດຽວທີ່ມີຂະໜາດໃຫຍ່ທີ່ສຸດ ແລະມີຄວາມແມ່ນຢໍາທີ່ສຸດໃນໂລກ, ສາມາດຮັບສັນຍານແມ່ເຫຼັກໄຟຟ້າໄດ້ໄກກວ່າ 10 ພັນລ້ານປີແສງ, ແລະໄດ້ຄົ້ນພົບດາວພູນຊາ 300 ກວ່າໜ່ວຍ.