ເມືອງຣຸ້ຍລີ້ ແຂວງຢຸນນານ ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ 6 ກໍລະນີ, ງຜູ້ເປັນພະຍາດໂຄວິດ-19 ມີ 3 ກໍລະນີບໍ່ມີອາການປ່ວຍ

2021-03-31 17:01:29 |ມາຈາກ:

ນັບແຕ່ເວລາ 0:00ໂມງ ຮອດ 24:00ໂມງ ຂອງວັນທີ 30 ມີນາ, ເມືອງຣຸ້ຍລີ້ ແຂວງຢຸນນານ ໄດ້ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ 6 ກໍລະນີ, 3 ກໍລະນີຂອງຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ແມ່ນບໍ່ມີອາການປ່ວຍ. ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ບໍ່ມີອາການປ່ວຍເປັນຄົນມຽນມ້າໃນເມືອງຣຸ້ຍລີ້. ປັດຈຸບັນ, ເນື່ອງຈາກຄວາມຕ້ອງການຂອງການປ້ອງກັນແລະຄວບຄຸມການລະບາດ, ຂົວເຈີຍເກົ້າຢູ່ເມືອງຣຸ້ຍລີ້ ໄດ້ຖືກປິດເປັນການຊົ່ວຄາວ.