ກອງ​ປະ​ຊຸມ​ປະ​ຈຳ​ປີ​ 2021 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ ຈະ​ເພີ່ມ​ເນື້ອ​ໃນ​ກ່ຽວ​ກັບ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”

2021-03-31 17:14:44 |ມາຈາກ: CRI

ກອງ​ປະ​ຊຸມ​ປະ​ຈຳ​ປີ​ 2021 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ ຈະຈັດ​ຂຶ້ນ​ຢູ່​ແຂວງ​ໄຫ​ຫຼຳ​ຈີນ​ແຕ່​ວັນ​ທີ 18 ຫາ​ວັນ​ທີ 21 ເມ​ສາ​ນີ້. ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ ກອງ​ປະ​ຊຸມ​ປະ​ຈຳ​ປີ​ 2021 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ມີ​ນາ​ນີ້, ຜູ້​ຮັບ​ຜິດ​ຊອບທີ່​ກ່ຽວ​ຂ້ອງ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ເຜີຍໃຫ້​ຮູ້​ວ່າ, ກອງ​ປະ​ຊຸມ​ປະ​ຈຳ​ປີ​ໃນ​ປີ​ນີ້ ຈະ​ເພີ່ມ​ເນື້ອ​ໃນ​ກ່ຽວ​ກັບ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ປຶກ​ສາຫາ​ລື​​ກ່ຽວ​ກັບໂອ​ກາ​ດ​ແລະ​ສິ່ງ​ທ້າ​ທາຍ​ ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ແລະ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຂອງໂລກ.

ມື້​ດຽວ​ກັນ, ທ່ານ​ຫຼີ​ປາວ​ຕົ່ງ, ​ຫົວ​ໜ້າເລ​ຂາ​ທິ​ການ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ ກ່າວ​ວ່າ, ໂດຍ​ມີ​ການ​ປ້ອງ​ກັນ​ແລະຄວບ​ຄຸມການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ເປັນ​ຢ່າງ​ດີ​ຂອງ​ປະ​ເທດ​ເຈົ້າ​ພາບ​ຄື​ຈີນ, ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ນີ້ ຈະ​ແມ່ນກອງ​ປະ​ຊຸມ​ສາ​ກົນ​ຂະ​ໜາດ​ໃຫຍ່​ທີ່​ຖື​ກອງ​ປະ​ຊຸມອອ​ຟ​ລາຍ​ເປັນ​ຫຼັກ ຄັ້ງ​ທຳ​ອິດ​ຂອງໂລກ​ໃນ​ປີ​ນີ້, ຜູ້​ຮ່ວມ​ປະ​ຊຸມ​ຈະ​ມີປະ​ມານ 2000 ຄົນ.

ກອງ​ປະ​ຊຸມ​ປະ​ຈຳ​ປີ​ເທື່ອ​ນີ້ ​ກໍພໍ​ດີ​ຈັດ​ຂຶ້ນ​ໃນ​ເວ​ລາ​ທີ່​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ໂປ​ອາວ​ສ້າງ​ຂຶ້ນ​ຄົບ​ຮອບ 20 ປີ. ທ່ານ​ຫຼີ​ປາວ​ຕົ່ງ​ກ່າວ​ວ່າ, ວົງ​ການ​ຕ່າງໆ​ຈະ​ຫວນ​ຄືນ​ຜົນ​ສຳ​ເລັດ​ທີ່​ເວ​ທີ​ປຶກ​ສາ​ຫາ​ລື​ໄດ້​ຮັບ​ໃນ 20 ​ປີທີ່​ຜ່ານ​ມາ, ​ແລະຈະ​ອອກ​ຄວາມ​ເຫັນ​ອາ​ຊີ, ສະ​ເໜີ​ແຜນ​ການ​ອາ​ຊີ.