ທ່ານ​ຢາງ​ເຈຍ​ຊື​ພົບ​ປະ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ກຳ​ປູ​ເຈຍ ລາວ ໂກ​ແວັດ​ປະ​ຈຳ​ຈີນ

2021-04-01 17:53:12 |ມາຈາກ: CRI

ວັນ​ທີ 31 ມີ​ນາ​ແລ້ວນີ້, ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ຢາງ​ເຈຍ​ຊື ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຫົວ​ໜ້າ​ຫ້ອງ​ການ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ສູນ​ກາງ​ຈີນ​ໄດ້​ພົບ​ປະ​ທ່ານ​ນາງສິ​ໂຊ​ດາ ເອກ​ອັກ​ຄະ​ລັດ​ຖະ​ທູດ​ກຳ​ປູ​ເຈຍ​ປະ​ຈຳ​ຈີນ, ທ່ານ​ນາງ​ຄຳ​ເພົາ​ ເອີນ​ທະ​ວັນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ປະ​ຈຳ​ຈີນ ແລະ​ທ່ານ​ຊາ​ມີ​ຮ ເອກ​ອັກ​ຄະ​ລັດ​ຖະ​ທູດ​ໂກ​ແວັດ​ປະ​ຈຳ​ຈີນ.

ທ່ານ​ຢາງ​ເຈຍ​ຊື​ກ່າວ​ວ່າ: ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ກັບ​ສາມ​ປະ​ເທດໃຫ້​ແໜ້ນ​ແຟ້ນ​ຂຶ້ນ​ຕື່ມ, ຮ່ວມ​ກັນ​ສ້າງ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ຢ່າງ​ມີ​ຄຸນ​ນະ​ພາບ​ສູງ, ເພີ່​ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ຫຼາຍ​ຝ່າຍ. ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພິ​ຈາ​ລະ​ນາ​ຮັບ​ຮອງ​ເອ​ກະ​ສານ​ຕິດ​ຄັດ​ເລກ 1 ແລະ​ເອ​ກະ​ສານ​ຕິດ​ຄັດ​ເລກ 2 ຂອງ​ກົດ​ໝາຍ​ພື້ນ​ຖານ​ວ່າ​ດ້ວຍ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ​ໝົດ, ຈຸດ​ປະ​ສົງ​ແມ່ນ​ເພື່ອ​ປະ​ຕິ​ບັດ​ຫຼັກ​ການ​ພື້ນ​ຖານ​ທີ່​ວ່າ“ຜູ້​ຮັກ​ຊາດ​ປົກ​ຄອງ​ຮົງ​ກົງ”, ຮັບ​ປະ​ກັນ​ການ​ປົກ​ຄອງຮົງ​ກົງ​ຢ່າງ​ໝັ້ນ​ຄົງ​ຍາວ​ນານ​​ ແລະການ​ປະ​ຕິ​ບັດ​ທິ​ດ​ທາງ“ປະ​ເທດ​ດຽວ​ສອງ​ລະ​ບອບ”ຢ່າງ​ໜັກ​ແໜ້ນ​ແລະ​ຍາວ​ນານ. ຈີນ​ຈະ​ສືບ​ຕໍ່​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ປະ​ເທດ​ຕ່າງໆ​ຢູ່​ຮົງ​ກົງ, ຍິນ​ດີ​ຕ້ອນ​ຮັບ​ປະ​ຊາ​ຄົມ​ໂລກ​ເປີດກວ້າງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ຮົງ​ກົງ​ໃນ​ທຸກ​ຂົງ​ເຂດ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ສາມ​ປະ​ເທດ​ດັ່ງ​ກ່າວ​ກ່າວ​ວ່າ: ຈະ​ສືບ​ຕໍ່​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຂະ​ຫຍາຍ​ການ​ພົວ​ພັນ​ມິດ​ຕະ​ພາບແລະ​ການ​ຮ່ວມ​ມື​ກັບ​ຈີນ. ວຽກ​ງານ​ຮົງ​ກົງ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ສາມ​ປະ​ເທດ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນທິດ​ທາງ“ປະ​ເທດ​ດຽວ​ສອງ​ລະ​ບອບ”ຢ່າງ​ໝັ້ນ​ໜຽວບໍ່​ປ່ຽນ​ແປງ ແລະ​ສະ​ໜັບ​ສະ​ໜູນ​ຫຼັກ​ໝັ້ນ​ທີ່​ຊອບ​ທຳ​ຂອງ​ຈີນ​ໃນ​ບັນ​ຫາ​ຮົງ​ກົງ.​