ເມືອງຣຸ້ຍລີ້ ແຂວງຢຸນນານດຳເນີນການສັກວັກຊີນຕ້ານໂຄວິດ-19ໃຫ້ປະຊາຊົນຢ່າງເປັນລະບຽບ

2021-04-02 15:53:36 |ມາຈາກ:

ເນື່ອງຈາກວ່າວັນທີ 30 ມີນາ, ເມືອງຣຸ້ຍລີ້ ທີ່ຕັ້ງຢູ່ຊາຍແດນຈີນ-ມຽນມາ ໄດ້ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ 6 ກໍລະນີ, ແຫຼ່ງທີ່ມາຂອງໄວຣັດນີ້ແມ່ນມີຄວາມກ່ຽວຂ້ອງຢ່າງໃກ້ຊິດກັບຄົນມຽນມາທີ່ເຂົ້າເມືອງຣຸ້ຍລີ້. ໃນເວລາ 24:00ໂມງ ຂອງວັນທີ 31 ມີນາ, ເມືອງຣຸ້ຍລີ້ໄດ້ເລີ່ມກວດຫາເຊື້ອໄວຣັດສຳລັບ ຊາວເມືອງທຸກຄົນທີ່ໃຊ້ຊີວິດຢູ່ໃນເຂດຕົວເມືອງ.

ຮອດເວລາ 8 ໂມງຂອງວັນທີ 1 ເມສານີ້, ໄດ້ສຳເລັດການເກັບຕົວຢ່າງ ກວດຫາເຊື້ອໄວຣັດທັງໝົດ 309,448 ຫຼອດ, ສົ່ງໄປກວດກາ 235.991 ຫຼອດ, ແລະ ສຳເລັດກວດກາ 105,530 ຫຼອດ.

ນັບແຕ່ວັນທີ 1 ເດືອນເມສາເປັນຕົ້ນມາ, 4 ເມືອງທີ່ຊາຍແດນ ແລະເມືອງລວມທັງເມືອງຣຸ້ຍລີ້ໄດ້ເປີດການສັກວັກຊີນຕ້ານໂຄວິດ-19ໃຫ້ປະຊາຊົນຈຳນວນຫຼວງຫຼາຍ. ເລີ່ມແຕ່ເວລາ 8 ໂມງຂອງເຊົ້າວັນທີ 2 ເມສາ, ຈະດຳເນີນສັກວັກຊີນຕ້ານໂຄວິດ-19ໃຫ້ປະຊາຊົນ 300,000 ຄົນຂອງເມືອງຣຸ້ຍລີ້, ແລະ ມີແຜນຈະໃຫ້ສຳເລັດການສັກວັກຊີນຕ້ານໂຄວິດ-19ໃນ 5 ວັນ.

ປະຈຸບັນນີ້, ເມືອງຣຸ້ຍລີ້ປະຕິບັດນະໂຍບາຍຕ້ານການລະບາດເຊັ່ນ: ການແຍກປ່ຽວຢູ່ເຮືອນ ແລະ ການຄວບຄຸມການຈະລາຈອນ. ເມືອງຣຸ້ຍລີ້ ພະຍາຍາມຮັບປະກັນລາຄາ ສິ່ງຂອງໃຫ້ໝັ້ນຄົງ, ການສະໜອງສີ່ງຂອງເຊັ່ນ ເຂົ້າ, ໝີ່, ນໍ້າມັນ ແລະ ອື່ນໆມີຢ່າງພຽງພໍ, ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໝັ້ນຄົງ ແລະ ເປັນລະບຽບຮຽບຮ້ອຍ.