ປູກສາລີຈີນທີ່ມີປະລິມານການຜະລິດສູງ ແລະ ມີຄຸນນະພາບດີຢູ່ປະເທດລາວ

2021-04-07 15:21:15 |ມາຈາກ:

“ທາດສາລີ” ທີ່ບັນຈຸແນວພັນຫຼາຍສິບຊະນິດ, ຕຽງພັບທີ່ກຽມໄວ້ເພື່ອເຮັດວຽກນອກເວລາ, ໃບຍ້ອງຍໍທີ່ຕັ້ງໄວ້ເປັນແຖວໆ....... ນີ້ຄືຫ້ອງການຂອງ ທ່ານ ຟານຊິງມິງ(Fan Xingming) ນັກຊ່ຽວຊານສາລີທີ່ມີຊື່ສຽງຂອງແຂວງຢຸນນານ, ນັກຄົ້ນຄວ້າຂອງສູນຄົ້ນຄວ້າສະບຽງອາຫານ ສະຖາບັນວິທະຍາສາດກະສິກໍາແຂວງຢຸນນານ. ແຕ່ປີ 2010 ເປັນຕົ້ນມາ, ສາລີແຖບຮ້ອນເຄິ່ງແຖບຮ້ອນທີ່ມີປະລິມານການຜະລິດສູງ ແລະ ມີຄຸນນະພາບດີທີ່ລາວ ແລະ ທີມງານເພາະພັນອອກມານັ້ນ ໄດ້ປູກຢູ່ໃນຂອບເຂດທົ່ວປະເທດລາວເປັນເນື້ອທີ່ໝື່ນກວ່າມູ້(1 ມູ້ປະມານ 666.7 ຕາແມັດ), ໄດ້ແກ້ໄຂບັນຫາຕ່າງໆຂອງສາລີລາວທີ່ມີຢູ່ ເຊັ່ນ: ປະລິມານການຜະລິດຕໍ່າ, ອັດຕາການປົກຫຸ້ມຂອງແນວພັນປະສົມມີໜ້ອຍ ແລະ ອື່ນໆ, ເຊິ່ງສ້າງປະສິດທິຜົນທາງເສດຖະກິດ ແລະ ປະສິດທິຜົນທາງສັງຄົມທີ່ດີ, ໄດ້ປະກອບສ່ວນອັນສໍາຄັນໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກຂອງທ້ອງຖິ່ນ, ດ້ວຍເຫດນີ້ ລາວໄດ້ໃບຍ້ອງຍໍຜົນງານດີເດັ່ນຂອງ ສປປ ລາວ.

ການຮ່ວມມືດ້ານສາລີຂອງແຂວງຢຸນນານ-ລາວ ເລີ່ມແຕ່ປີ 2007. ໃນເດືອນເມສາຂອງປີນັ້ນ, ພະແນກກະສິກໍາແຂວງຢຸນນານ ແລະ ພະແນກກະສິກໍາ-ປ່າໄມ້ຂອງແຂວງອຸດົມໄຊ ປະເທດລາວ ໄດ້ຮ່ວມກັນເຊັນ “ສັນຍາຮ່ວມມືໂຄງການວ່າດ້ວຍພະແນກກະສິກໍາແຂວງຢຸນນານປະເທດຈີນ ແລະ ພະແນກກະສິກໍາ-ປ່າໄມ້ຂອງແຂວງອຸດົມໄຊ ປະເທດລາວ ຮ່ວມກັນກໍ່ສ້າງສວນສາທິດເຕັກໂນໂລຊີກະສິກໍາຢູ່ທີ່ແຂວງອຸດົມໄຊ ປະເທດລາວ”. ປີ 2010, ສວນສາທິດ ໄດ້ກໍ່ສ້າງສໍາເລັດຢູ່ທີ່ແຂວງອຸດົມໄຊ ປະເທດລາວ, ຫຼັງຈາກນັ້ນ ກໍໄດ້ສ້າງຢູ່ແຂວງຫຼວງນໍ້າທາ. ໃນຝ່າຍປະເທດຈີນ, ສູນຄົ້ນຄວ້າສະບຽງອາຫານ ສະຖາບັນວິທະຍາສາດກະສິກໍາແຂວງຢຸນນານ ໄດ້ຮັບຜິດຊອບວຽກງານດໍາເນີນການທົດລອງສາທິດແນວພັນໃໝ່, ເຕັກນິກໃໝ່ຂອງສາລີຢູ່ປະເທດລາວ.

“ປະເທດລາວໃຫ້ຄວາມສໍາຄັນຫຼາຍຕໍ່ການປູກສາລີ, ແຕ່ຢູ່ເຂດທ້ອງຖິ່ນແມ່ນມີດິນແຫ້ງແລ້ງຫຼາຍ, ຄວາມຖີ່ໃນການປູກຕໍ່າ, ຄວາມສາມາດໃນການຄົ້ນຄວ້າວິທະຍາສາດຍັງອ່ອນ. ແກ່ນສາລີ ໂດຍຕົ້ນຕໍແມ່ນອາໄສການນໍາເຂົ້າຈາກປະເທດໄທ ແລະ ຫວຽດນາມ, ປະລິມານການຜະລິດຕໍ່ໜຶ່ງມູ້ ມີພຽງປະມານ 100 ກິໂລກຼາມ.” ໃນເວລາ 10 ກວ່າປີ, ນອກຈາກຊ່ວງໄລຍະປ້ອງກັນຄວບຄຸມພະຍາດໃນປີແລ້ວນີ້, ລະດູປູກຝັງຊ່ວງເດືອນເມສາ ແລະ ລະດູເກັບກ່ຽວຊ່ວງເດືອນກັນຍາຂອງທຸກໆປີ, ທ່ານ ຟານຊິງມິງ ແລະ ສະມາຊິກທີມງານກໍຈະໄປສວນສາທິດຢູ່ແຂວງອຸດົມໄຊ ແລະ ແຂວງຫຼວງນໍ້າທາ ເພື່ອເປັນການເລີ່ມຕົ້ນທີ່ດີ ແລະ ເປັນການປິດທ້າຍທີ່ສົມບູນໃຫ້ແກ່ການປູກຝັງທັງປີ. ພາຍໃຕ້ການສະໜັບສະໜູນຢ່າງເຕັມທີ່ຂອງສະຖາບັນວິທະຍາສາດກະສິກໍາ-ປ່າໄມ້ແຫ່ງຊາດລາວ ແລະ ການຮ່ວມມືຈາກຫ້ອງການກະສິກໍາ-ຊົນນະບົດຂອງກິ່ງແຂວງປົກຄອງຕົນເອງຊົນເຜົ່າລື້ ສິບສອງພັນນາ, ທ່ານ ຟານຊິງມິງນໍາພາທີມງານປູກແນວພັນໃໝ່ຂອງສາລີພັນປະສົມ 7 ຊະນິດ ໂດຍແນໃສ່ຄວາມຕ້ອງການດ້ານການບໍລິໂພກຕົວຈິງຂອງທ້ອງຖິ່ນ, ພ້ອມທັງອີງໃສ່ສະພາບດິນນໍ້າໃນເຂດທ້ອງຖິ່ນ ແລະ ຈຸດພິເສດຂອງແນວພັນ, ດໍາເນີນການປູກຝັງຢ່າງມີແບບແຜນ ໂດຍນໍາໃຊ້ວິທີການປູກຝັງ ແລະ ຄວາມຖີ່ການປູກຝັງທີ່ແຕກຕ່າງກັນສໍາລັບແນວພັນທີ່ແຕກຕ່າງກັນ ໃນລະດູການທີ່ແຕກຕ່າງກັນ, ໄດ້ຍົກລະດັບອັດຕາການປູກຄືນ ແລະ ປະລິມານການຜະລິດໃນເນື້ອທີ່ຫົວໜ່ວຍ. “ແນວພັນໃໝ່ເຫຼົ່ານີ້ ມີຄວາມສາມາດຕໍ່ຕ້ານພະຍາດໄດ້ດີ, ປະລິມານການຜະລິດສູງ, ເໝາະສໍາລັບການເຕີບໃຫຍ່ຢູ່ປະເທດລາວ.” ທ່ານ ຟານຊິງມິງ ເວົ້າວ່າ, ຍົກຕົວຢ່າງ ສາລີພັນປະສົມ ຢຸນຕວນ ໝາຍເລກ 10, ປະລິມານການຜະລິດຕໍ່ໜຶ່ງມູ້ ໂດຍສະເລ່ຍແມ່ນບັນລຸເຖິງ 505.5 ກິໂລກຼາມ.

ມີຄວາມອົດທົນບາກບັ່ນ, ມີຄວາມສາມາດສຶກສາຄົ້ນຄວ້າ, ມີຄວາມສາມາດສ້າງນະວັດຕະກໍາໃໝ່, ສິ່ງເຫຼົ່ານີ້ເຮັດໃຫ້ທີມງານຄົ້ນຄວ້າວິທະຍາສາດທີ່ນໍາພາໂດຍ ທ່ານ ຟານຊິງມິງໄດ້ຮັບຄວາມໄວເນື້ອເຊື່ອໃຈຈາກຜູ້ຄົນຂະແໜງການດຽວກັນ ແລະ ປະຊາຊົນໃນທ້ອງຖິ່ນ . ປັດຈຸບັນນີ້, ຊາວກະສິກອນຄົນລາວທີ່ປູກສາລີ ຈະເອີ້ນລາວຢ່າງເປັນກັນເອງວ່າ “BigFan”. “BigFan, ຫຼັງຈາກໄດ້ຮັບການຝຶກອົບຮົມຈາກພວກເຈົ້າແລ້ວ, ພວກເຮົາໄດ້້ຫັນປ່ຽນວິທີການປູກຝັງແບບ ‘ຫາກິນຕາມສະພາບດິນຟ້າອາກາດ’ ມາເປັນການປູກຝັງທີ່ມີຫຼັກວິທະຍາສາດ, ມີປະສິດທິພາບສູງ ແລະ ມີຄຸນນະພາບສູງ, ຂອບໃຈທີ່ພວກເຈົ້າ ໄດ້ນໍາເອົາຊັບພະຍາກອນແນວພັນທີ່ມີຄຸນນະພາບດີມາໃຫ້.”

ຈາກແຂວງອຸດົມໄຊຮອດແຂວງຫຼວງນໍ້າທາ ແລ້ວໄປເຖິງແຂວງຫຼວງພະບາງ, ເນື້ອທີ່ຂອງສວນສາທິດເຕັກໂນໂລຊີກະສິກໍາລາວ-ຈີນ ໄດ້ຂະຫຍາຍເພີ່ມຂຶ້ນເປັນ 100 ກວ່າມູ້, ໄດ້ຊຸກຍູ້ໃຫ້ມີການປູກສາລີພັນປະສົມໃນທົ່ວປະເທດລາວເປັນໝື່ນກວ່າມູ້. ບົນພື້ນຖານເວທີຂອງເຂດສວນສາທິດ, ແຂວງຢຸນນານໄດ້ເຊັນສັນຍາຮ່ວມມືກະສິກໍາກັບແຂວງຜົ້ງສາລີ ແລະ ແຂວງຫຼວງນໍ້າທາ, ສ້າງຕັ້ງກົນໄກການຢ້ຽມຢາມເປັນປະຈໍາ; ໄດ້ສ້າງຕັ້ງກົນໄກການປະສານງານຮ່ວມມືດ້ານກະສິກໍາກັບແຂວງຊຽງແຂວງ, ແຂວງຫຼວງພະບາງ, ແຂວງຫົວພັນ, ແຂວງໄຊຍະບູລີ. ເດືອນພຶດສະພາ ປີ 2011, ໄດ້ສ້າງຕັ້ງສູນບໍລິການເຕັກໂນໂລຊີກະສິກໍາຮ່ວມກັບແຂວງຜົ້ງສາລີ, ສ້າງຕັ້ງຖານສາທິດທົດລອງພືດກະສິກຳ. ເດືອນກັນຍາ ປີ 2017, ໄດ້ສ້າງຕັ້ງສູນເພາະພັນພືດກະສິກຳຮ່ວມ, ສູນຄົ້ນຄວ້າວິສະວະກໍາສາລີພັນປະສົມແຖບຮ້ອນເຄິ່ງແຖບຮ້ອນ, ສູນຄົ້ນຄວ້າວິສະວະກໍາການຫັນເປັນອຸດສາຫະກໍາຂອງສາລີພັນປະສົມເຂດພູພຽງເສັ້ນຂະໜານຕໍ່າ ຢູ່ທີ່ແຂວງຫຼວງນໍ້າທາ.

ທ່ານ ມະນີ ຫົວໜ້າຂະແໜງປູກຝັງຂອງພະແນກກະສິກຳແຂວງຫລວງນຳ້ທາປະເທດລາວຫຼັງຈາກໄດ້ເຂົ້າຮ່ວມໂຄງການສວນສາທິດນັບຕັ້ງແຕ່ປີ 2015 ເປັນຕົ້ນມາ, ໄດ້ໄປສຶກສາແລກປ່ຽນຢູ່ທີ່ແຂວງຢຸນນານ ແລະ ແຂວງຫູນານ ປະເທດຈີນ ຫຼາຍຄັ້ງແລ້ວ. ທ່ານ ມະນີ ເຫັນວ່າ, ຜູ້ທີ່ໄດ້ຮັບຜົນປະໂຫຍດຈາກການຮ່ວມມືດ້ານເຕັກໂນໂລຊີກະສິກໍາລາວ-ຈີນຫຼາຍທີ່ສຸດ ແນ່ນອນຕ້ອງແມ່ນປະຊາຊົນທ້ອງຖິ່ນ. “ສາລີທີ່ຮ່ວມມືກັບນັກວິທະຍາສາດຈີນໃນການທົດລອງ ແລະ ເຜີຍແຜ່ນັ້ນ ມີປະລິມານການຜະລິດສູງ, ເມັດສາລີເຕັມເມັດເຕັມໜ່ວຍ, ເວລາທີ່ພວກເຮົາເຜີຍແຜ່ໃຫ້ປະຊາຊົນປູກ ພວກເຂົາຮູ້ສຶກດີໃຈຫຼາຍ”