ເສັ້ນທາງລົດໄຟລາວ-ຈີນຕອນພາຍໃນປະເທດຈີນປູຮາງ ສຳເລັດກາຍເຄິ່ງ

2021-04-12 16:31:10 |ມາຈາກ:

ເມື່ອບໍ່ດົນມານີ້, ເສັ້ນທາງລົດໄຟລາວ-ຈີນ ຕອນເມືອງຢີຊີຫາດ່ານບໍ່ຫານ ໄດ້ປູຮາງ ຮອດເມືອງປົກຄອງຕົນເອງຊົນເຜົ່າຮານີຊົນເຜົ່າຢີນີງເອີ, ຕອນພາຍໃນປະເທດຈີນຂອງເສັ້ນທາງລົດໄຟລາວ-ຈີນ ໄດ້ສຳເລັດການປູຮາງກາຍເຄິ່ງ.

ຕອນເມືອງຢີຊີຫາດ່ານບໍ່ຫານຂອງເສັ້ນທາງລົດໄຟລາວ-ຈີນເລີ່ມຈາກເມືອງຢີຊີໃນພາກເໜືອ, ຂ້າມຜ່ານເມືອງພູເອີ ແລະ ກິ່ງແຂວງສິບສອງພັນນາ, ແລະສຸດທ້າຍກໍ່ໄປຮອດດ່ານບໍ່ຫານ ຊາຍແດນລະຫວ່າງຈີນ-ລາວ, ເສັ້ນທາງກົງທັງໝົດມີຄວາມຍາວ 508 ກິໂລແມັດ. ເສັ້ນທາງລົດໄຟຈາກເມືອງຢີຊີຮອດເມືອງຈິງຮົງ ເປັນເສັ້ນທາງຄູ່, ເສັ້ນທາງລົດໄຟຈາກເມືອງຈິງຮົງຮອດດ່ານບໍ່ຫານ ເປັນເສັ້ນທາງສາຍດຽວ, ເສັ້ນທາງກົງຕ້ອງການປູຮາງ ທັງໝົດ 863 ກິໂລແມັດ, ແລະ ປູຮາງໃນເສັ້ນທາງສະຖານີ 129 ກິໂລແມັດ. ໃນເດືອນເມສາປີ 2020, ການປູຮາງຂອງຕອນເມືອງຢີຊີຫາດ່ານບໍ່ຫານໄດ້ເລີ່ມຕົ້ນຢ່າງເປັນທາງການ. ປັດຈຸບັນນີ້, ການປູຮາງຂອງເສັ້ນທາງກົງທັງໝົດໄດ້ສຳເລັດແລ້ວ 500 ກິໂລແມັດ, ແລະ ການປູຮາງຂອງເສັ້ນທາງສະຖານີ 70 ກິໂລແມັດ, ຄາດວ່າການ ປູຮາງ ຂອງເສັ້ນທາງລົດໄຟຈະສຳເລັດໃນທ້າຍເດືອນມິຖຸນານີ້.

ພ້ອມດຽວກັນນັ້ນ, ມາຮອດເດືອນມີນາ, ອຸໂມງ 93 ແຫ່ງຂອງຕອນເມືອງຢີຊີຫາດ່ານບໍ່ຫານ ເສັ້ນທາງລົດໄຟລາວ-ຈີນໄດ້ສຳເລັດການເຈາະຊອດ 91 ແຫ່ງ, ແລະ ຍັງມີ ອຸໂມງ ອີກສອງແຫ່ງທີ່ຈະສຳເລັດໃນເດືອນເມສາແລະ ພຶດສະພາ. ໂຄງການສ້າງທາງ, ຂົວແລະໂຄງການອຸໂມງໄດ້ສຳເລັດແລ້ວຫຼາຍກວ່າ 99%.