ຈຳ​ນວນການ​ສັກ​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19ຂອງ​ຈີນ​ຢູ່​ໃນ​ອັນ​ດັບ​ທີ 2 ຂອງ​ໂລກ

2021-04-12 17:36:37 |ມາຈາກ: CRI

ວັນ​ທີ 11 ເມ​ສາ​ນີ້, ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ​ຮ່ວມ​ຂອງ​ລັດ​ຖະ​ບານ​ຈີນ​ໃຫ້​ຮູ້​ວ່າ, ຈຳ​ນວນ​ການ​ສັກ​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19ຂອງ​ຈີນ​ຢູ່​ໃນ​ອັນ​ດັບ​ທີ 2 ຂອງ​ໂລກ. ພ້ອມ​ກັນ​ນັ້ນ, ​ຜູ້ຊ່ຽວ​ຊານ​ຈີນ​ເຕືອນ​ໃຫ້​ຮູ້​ວ່າ, ໃນ​ຍາມ​ລະ​ດູ​ໃບ​ໄມ້​ປົ່ງ, ​ບໍ່​ຄວນ​ປ່ອຍ​ປະມາດ​ຕະ​ການ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ​ແບບ​ປົກ​ກະ​ຕິ.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ທ່ານ​ອູ​ລຽງ​ຢິວ, ຮອງ​ຫົວ​ໜ້າ​ກົມ​ຄວບ​ຄຸມ​ພະ​ຍາດຂອງ​ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ປະ​ຈຸ​ບັນ, ວຽກ​ງານ​ສັກ​ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢູ່​ຈີນ​ພວມ​ດຳ​ເນີນ​ໄປ​ຢ່າງ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ນັບ​ມາ​ຮອດ​ວັນ​ທີ 10 ເມ​ສາ​ນີ້, ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ສັກ​ວັກ​ຊີນ​ເປັນ​ຈຳ​ນວນ 164 ລ້ານກວ່າ​ເທື່ອຫຼອດ.

ປະ​ຈຸ​ບັນ, ວັກ​ຊີນ​ຕ້ານ​ເຊື້ອ​ພະ​ຍາດ​ໂຄວິດ-19ທີ່​ຄົ້ນ​ຄວ້າ​ຜະ​ລິດ​ໂດຍ​ບໍ​ລິ​ສັດ​ເຄີ່​ຊິ່ນ​ຈີນໄດ້​ເຂົ້າ​ສູ່​ໄລ​ຍະ​ສຸດ​ທ້າຍ​ຂອງ​ການ​ປ​ະ​ເມີນມອບ​ສິດ​ການ​ນຳ​ໃຊ້​ສຸກ​ເສີນ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ.