ທ່ານຫຼີ​ເຄີ້​ສຽງ​​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາ​ກັບ​ຜູ້​ນຳໃນ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ອາ​ເມ​ຣິ​ກາ

2021-04-14 17:09:13 |ມາຈາກ: CRI

ວັນ​ທີ 13 ເມ​ສາ​ນີ້, ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາ​ກັບ​ຜູ້​ນຳ​ໃນ​ວົງ​ການ​ອຸດ​ສາ​ຫະ​ກຳ​​ການ​ຄ້າອາ​ເມ​ຣິ​ກາ ໂດຍ​ຜ່ານ​ທາງວິ​ດີ​ໂອ. ຄະ​ນະ​ກຳ​ມະ​ການ​ການ​ຄ້າ​ກັບ​ຈີນ​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ ພ້ອມ​ທັງ​ປະ​ທານ ຫຼື ຫົວ​ໜ້າ​ຝ່າຍ​ບໍ​ລິ​ຫານ​ຂອງ​ບໍ​ລິ​ສັດ​ຂ້າມ​ຊາດ​ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ຣິ​ກາ 20 ກວ່າ​ແຫ່ງ​ໄດ້​ເຂົ້າ​ຮ່ວມ. ທ່ານຫຼີ​ເຄີ້​ສຽງ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັບ​ພວກ​ທ່ານ ແລະ ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ. ທ່ານ​ແຮນ​ຣີ ​ພອນສັນ ອະ​ດີດ​ລັດ​ຖະ​ມົນ​ຕີ​​ກະ​ຊວງການ​ເງິນ​ອາ​ເມ​ຣິ​ກາ ແລະ ປະ​ທານ​ມູນ​ນິ​ທິ​​ພອນ​ສັນ​ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ.

ທ່ານຫຼີ​ເຄີ້​ສຽງ​ຊີ້​ອອກວ່າ: ພາຍ​ໃຕ້​ຜົນ​ກະ​ທົບ​ຈາກຫຼາຍ​ດ້ານ, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ​ໃນ​ປີ​ຜ່ານ​ມາ​​​ກໍຍັງໄດ້​ຮັກ​ສາ​ການ​ເຕີບ​ໂຕ​ໄດ້ ​ເຊິ່ງ​ເປັນ​ການສະ​ແດງ​ໃຫ້​ເຫັນ​ວ່າ: ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ແມ່ນ​ມີເງື່ອນ​ໄຂ​ແລະ​​ມີໂອ​ກາດຢ່າງພາ​ວະ​ວິ​ໄສ, ​ສະ​ນັ້ນ, ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ແມ່ນ​​ຈີນ​ແລະ​ອາ​ເມ​ຣິ​ກາ​ຕ່າງ​ຝ່າຍ​ຕ່າງ​ກໍມີ​ຄວາມ​ຕ້ອງ​ການ. “ການ​ຕັດ​​ສາຍ​ພົວ​ພັນ​ກັນ” ບໍ່​ສົ່ງ​ຜົນ​ປະ​ໂຫຍດ​ຕໍ່​ຝ່າຍ​ໃດ ແລະ ກໍ​ຈະ​ສ້າງ​ຜົນ​ກະ​ທົບ​ຕໍ່​ໂລກ. ຫວັງ​ວ່າ: ສອງ​ຝ່າຍ​ຈະສາ​ມາດ​ພະ​ຍາ​ຍາມ​ຮ່ວມ​ກັນ, ໂດຍ​ຜ່ານ​ການ​ເປີດກວ້າງ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ກັນ, ປົກ​ປັກ​ຮັກ​ສາ​​ຄວາມ​ປອດ​ໄພ ແລະ ຄວາມ​ໝັ້ນ​ທ່ຽງ​ຂອງຕ່ອງ​ໂສ້​​ອຸ​ດ​ສາ​ຫະ​ກຳ ແລະ ຕ່ອງ​ໂສ້​ການ​ສະ​ໜອງ.