ວັນທີ 13 ເມສານີ້, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມງານພົບປະສັງສັນເພື່ອລະນຶກວັນລິເລີ່ມການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄົບຮອບ 5 ປີ ແລະ ກ່າວຄຳປາໄສ.
ທ່ານວາງຢີ້ກ່າວວ່າ: ໃນ 5 ປີຜ່ານມານີ້, ກົນໄກຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. 6 ປະເທດໄດ້ແລກປ່ຽນກັນໃນດ້ານຊັບພະຍາກອນຕ່າງໆ, ໄດ້ສ້າງສະພາບການອັນດີງາມບົນຈິດໃຈ “ຮ່ວມແຮງຮ່ວມໃຈກັນ”; ສຸມໃສ່ການຮ່ວມມືຕົວຈິງ ເພື່ອໃຫ້ໄດ້ຮັບໝາກຜົນດ້ານການພັດທະນາທີ່ແທ້ຈິງ; ພ້ອມທັງໄດ້ປົກປັກຮັກສາຄວາມໝັ້ນຄົງແລະສະຖຽນລະພາບຂອງພາກພື້ນຢ່າງເຂັ້ມແຂງ. ຈີນຍິນດີຮ່ວມກັບປະເທດຕາມລຳແມ່ນ້ຳຂອງ, ສືບຕໍ່ຊຸກຍູ້ການຮ່ວມມືໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ພະຍາຍາມສ້າງຮູບແບບການຮ່ວມມືພາກພື້ນແບບໃໝ່ ແລະ ການພັດທະນາລະດັບໃໝ່ ແລະ ສ້າງຄວາມຈະເລີນຮຸ່ງເຮືອງ.
ທ່ານເອກອັກຄະລັດຖະທູດມຽນມາປະຈຳຈີນ ໃນຖານະເປັນປະເທດປະທານຮ່ວມໃນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ຕາງໜ້າທູຕານຸທູດປະເທດຕາມລຳແມ່ນ້ຳຂອງກ່າວຄຳປາໄສວ່າ: ບັນດາປະເທດຍິນດີສືບຕໍ່ຮ່ວມມືກັບຈີນຢ່າງແໜ້ນແຟ້ນ, ຊຸກຍູ້ການສ້າງສາກົນໄກ, ລົງເລິກການຮ່ວມມືຕົວຈິງ ເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນບັນດາປະເທດໃຫ້ດີກວ່າເກົ່າ.