ການຮ່ວມມືກະສິກຳລາວ-ຈີນໃນການປູກເຂົ້ານາ

2021-04-15 15:25:15 |ມາຈາກ:

ຢູ່ບ້ານຫີນລັບ ເມືອງສັງທອງ ທີ່ນະຄອນຫຼວງວຽງຈັນ, ຊາວບ້ານ ນາງ ໄຂຟ້າ ກຳລັງຫຼົກຫຍ້າໃນນາຂອງຄອບຄົວຕົນເອງ, ເບິ່ງຮວງເຂົ້າແຕ່ລະຕົ້ນທີ່ເລີ່ມຖອກຮວງ, ໃນໃຈຂອງລາວເຕັມປ່ຽມດ້ວຍຄວາມຊົມຊື່ນຍິນດີ, ປີນີ້ກໍເປັນອີກປີໜຶ່ງທີ່ການເກັບກ່ຽວອຸດົມສົມບູນດີ.



“ແຕ່ກີ້ການປູກເຂົ້າແບບພື້ນເມືອງລາວ, ຫຼັງຈາກເຂົ້າຖອກຮວງແລ້ວມັກລົ້ມງ່າຍ, ພາຍຫຼັງມາພວກເຮົາໄດ້ທົດລອງນຳໃຊ້ເຂົ້າເພາະພັນຂອງຊ່ຽວຊານຈີນ, ໃບກໍຍັງຂຽວ, ເຂົ້າເປືອກກໍສຸກແລ້ວ, ບໍ່ລົ້ມງ່າຍ, ຕົ້ນບໍ່ສູງຫຼາຍ, ແຕ່ວ່າປະລິມານການຜະລິດແມ່ນສູງຫຼາຍ.” ນີ້ແມ່ນ ປີທີ 4ທີ່ຄອບຄົວນາງໄຂຟ້າ ປູກແນວພັນເຂົ້າໜຽວ 066, ປີນີ້ບ້ານຂອງນາງປູກ 7 ໄລ່, ຄາດການວ່າຈະສາມາດເພີ່ມຜົນເກັບກ່ຽວເຂົ້າໄດ້ 1800 ກິໂລ.

ຊ່ຽວຊານຈີນທີ່ນາງໄຂຟ້າກ່າວເຖິງນັ້ນ ແມ່ນມາຈາກ ບໍລິສັດ BGL-LAOS CO.,LTD. ປີ 2009, ບໍລິສັດ BGL ໄດ້ຮວ່ມມືກັບ ກະຊວງປ້ອງກັນປະເທດ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ໂດຍຫວັງເອົາ “ເຕັກໂນໂລຊີຊີວິທະຍາສາດດ້ານຊີວະພາບ + ຊັບພະຍາກອນທຳມະຊາດ” ເປັນແກ່ນກາງ, ກໍ່ຕັ້ງຮູບແບບການພັດທະນາແບບຍືນຍົງແລະປະດິດສ້າງໃຫມ່. ໂຄງການ “ສວນສາທິດວິທະຍາສາດ ແລະ ເຕັກໂນໂລຊີການກະເສດທີ່ທັນສະໄໝລາວ-ຈີນ” ກໍໄດ້ຖືກຳເນີດຂຶ້ນ, ຊາວໜຸ່ມເປັນກຸ່ມໆຈາກ ບໍລິສັດ BGL ທີ່ປັກກິ່ງກໍໄດ້ທະຍອຍມາປະເທດລາວ, ຊຸກຍູ້ການປະຕິບັດການປັບປຸງແນວພັນເຂົ້ານາ, ບຸກເບີກການເກັບກຳຊັບພະຍາກອນແນວພັນພືດເສດຖະກິດເຂດອາກາດຮ້ອນ, ວຽກງານການນຳເຂົ້າແນວພັນໃໝ່ຂອງການກະເສດ, ການສາທິດ, ການປະຊາສຳພັນ, ການເຜີຍແຜ່ ແລະ ອື່ນໆ.

ທ່ານ ສຸງໂຈສວນ(Xiong Zhouquan) ຜູ້ຈັດການດ້ານການເພາະປູກ ຂອງບໍລິສັດ BGL-LAOS ໄດ້ມາທີ່ປະເທດລາວຕອນການເລີ່ມກໍ່ຕັ້ງໂຄງການ, ສິບກວ່າປີທີ່ຜ່ານມາລາວ ແລະ ທິມງາມໄດ້ຂ້າມພູຂ້າມນ້ຳ, ເດີນທາງໄປທຸກແຫ່ງຫົນໃນປະເທດລາວ, ເອົາຊະນະອຸປະສັກເຊັ່ນ ພາສາທີ່ບໍ່ເຂົ້າໃຈ, ອາຫານການກິນທີ່ບໍ່ລຶ້ງເຄີຍ ແລະ ພະຍາດເຂດຮ້ອນເປັນຕົ້ນ, ເກັບກຳແນວພັນເຂົ້ານາຂອງລາວ 70 ກວ່າແນວພັນ, ເປີດກວ້າງວຽກງານເຜີຍແຜ່ ແລະ ເພາະພັນແນວພັນເຂົ້າໜຽວຊັ້ນດີທີ່ເປັນແນວພັນພື້ນເມືອງຂອງລາວ.

“ແນວພັນເຂົ້າໜຽວໃໝ່ທີ່ພວກເຮົາຄົ້ນຄວ້າອອກມານັ້ນ, ພາຍໃຕ້ພື້ນຖານຂອງການຮັບປະກັນລົດຊາດດັ້ງເດີມ ແລະ ຄວາມຫອມທີ່ບໍ່ປ່ຽນແປງ, ແຕ່ລະເຮັກຕາສາມາດເພີ່ມປະລິມານການຜະລິດໄດ້ 1,5 ໂຕນຂຶ້ນໄປ. ” ທ່ານ ສຸງໂຈສວນ ແນະນຳວ່າ, “ ປີກາຍນີ້ ພາຍໃຕ້ການເຜີຍແຜ່ຂອງສູນຄົ້ນຄວ້າເຂົ້າພອກ, ແນວພັນເຂົ້າ 3 ໂຕນທີ່ເພາະປູກໂດຍສວນສາທິດ ກໍມີຄອບຄົວຊາວກະສິກອນມາເອົາຈົນກ້ຽງ, ເນື້ອທີ່ການປູກມີຮອດ 60 ເຮັກຕາຂຶ້ນໄປ. ”

ທ່ານ ດຣ ນາງ ຈັນທະຄອນ ບົວລະພັນ ຫົວໜ້າສູນຄົ້ນຄວ້າເຂົ້ານາພອກ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າ: “ແນວພັນເຂົ້າໜຽວດີເດັ່ນທີ່ເພາະປູກໂດຍສວນສາທິດ, ມີຄຸນສົມບັດການຕໍ່ຕ້ານພະຍາດສູງ, ມີລັກສະນະການປັບໂຕໃຫ້ແທດເໝາະສູງ, ປະລິມານການຜະລິດ ຍົກລະດັບຂຶ້ນ 25% ຂຶ້ນໄປ, ພວກເຮົາຈະເຜີຍແຜ່ການປູກໃຫ້ຫຼາຍຂຶ້ນອີກກ້າວໜຶ່ງ, ເພື່ອຮັບປະກັນການສະໜອງການສົ່ງອອກສະບຽງອາຫານຂອງລາວ.”

“ສວນສາທິດວິທະຍາສາດ ແລະ ເຕັກໂນໂລຊີການກະເສດທີ່ທັນສະໄໝລາວ-ຈີນ” ຕັ້ງຢູ່ບ້ານດອນຕິ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ 200 ມູ້ ( ມູ້: ຫົວໜ່ວຍວັດແທກເນື້ອທີ່ຂອງຈີນ, 1 ມູ້ປະມານ 667 ຕາແມັດ), ເມື່ອຍ່າງເຂົ້າໄປໃນເຂດສວນ, ທົ່ງນາເຂົ້າເປັນແຜ່ນສີຄຳ, ພາຍໃນສວນມີແນວພັນພືດເສດຖະກິດເຂດອາກາດຮ້ອນທີ່ຫຼາກຫຼາຍ, ໃນເຮືອນຮົ່ມມີຜັກແລະໝາກໄມ້ເປັນພຸ່ມຂຽວໆ...

ທ່ານ ສຸກສະຫວັນ ມົວ ແມ່ນພະນັກງານຄົນລາວຄົນໜຶ່ງໃນສວນສາທິດ, ລາວຈົບການສຶກສາຈາກຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ, ໄດ້ເຮັດວຽກຢູ່ເຂດສວນມາເປັນເວລາ 10 ປີ ແລ້ວ. “10 ປີທີ່ຜ່ານມາ, ຂ້ອຍໄດ້ຕິດຕາມຊ່ຽວຊານຈີນ, ໄດ້ຮຽນຮູ້ຄວາມຮູ້ຫຼາຍຢ່າງໃນຂະແໜງການກະສິກຳທັນສະໄໝ. ເຊັ່ນວ່າ: ເວລາທີ່ພວກເຮົາໃຊ້ເຮືອນແກ້ວປູກຜັກ ແລະ ໝາກໄມ້ອິນຊີ, ແມ່ນນຳໃຊ້ຝຸ່ນອົງຄະທາດ, ປູແຜ່ນຢາງປົກຄຸມເພື່ອເກັບຮັກສາຄວາມຊຸ່ມຊື່ນ ແລະ ປ້ອງກັນຫຍ້າຂຶ້ນ; ນຳໃຊ້ຕາໜ່າງກັນແມງໄມ້ກັ້ນໄປຕາມຫຼັກເກນເພື່ອປ້ອງກັນແມງ. ພາຍຫຼັງ ການປະສົມເກສອນທຽມ(artificial pollination) ຜັກໝາກໄມ້ທີ່ຜະລິດອອກມານັ້ນມີຄຸນນະພາບດີ, ປະລິມານການຜະລິດສູງ.” ທ່ານ ສຸກສະຫວັນ ມົວ ເວົ້າວ່າ , ການຕິດຕາມຊ່ຽວຊານຈີນນຳເອົາເຕັກນິກການວິໄຈທາງວິທະຍາສາດຫັນປ່ຽນເປັນກຳລັງແຮງການຜະລິດ, ໄດ້ຊ່ວຍເຫຼືອໃຫ້ເພື່ອນຮ່ວມຊາດເພີ່ມປະລີມານການຜະລິດ ແລະ ສ້າງລາຍໄດ້, ຊີວິດນັບມື້ນັບດີຂຶ້ນ, ແມ່ນເລື່ອງທີ່ລາວພາກພູມໃຈທີ່ສຸດ.

ທ່ານ ຄໍາແພງ ໂພທິຈິດໂຕ ຮອງຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກໍແມ່ນແຂກປະຈຳຂອງສວນສາທິດ, ທ່ານໄດ້ເປັນສັກຂີພິຍານສວນສາທິດທີ່ຫຼາຍປີກ່ອນໜ້ານີ້ ແມ່ນ ເປັນດິນຫີນຊາຍປູກຫຍັງບໍ່ໄດ້ ຈົນມາຮອດປັດຈຸບັນທີ່ເປັນພາບແຫ່ງຄວາມມີຊີວິດຊີວາ. ທ່ານ ຄໍາແພງ ໂພທິຈິດໂຕ ເວົ້າວ່າ:“ສວນສາທິດ ໄດ້ນຳອົງປະກອບທາງວິທະຍາສາດ ແລະ ເຕັກໂນໂລຊີຂັ້ນສູງມາສູ່ການກະສິກຳຂອງລາວ, ມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງໃນການພັດທະນາກະສິກຳລາວແບບຍືນຍົງ ແລະ ຊຸກຍູ້ການຫັນປ່ຽນກະສິກຳແບບດັ້ງເດີມຂອງລາວ ສູ່ກະສິກຳທັນສະໄໝ.”