ຈີນ​ຈະ​​ເຈ​ລະ​ຈາ​ກັບ​ທູດ​ພິ​ເສດ​​ຂອງປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ກ່ຽວ​ກັບ​ບັນ​ຫາ​ດິນ​ຟ້າ​ອາ​ກາດ

2021-04-15 17:35:46 |ມາຈາກ: CRI

ວັນ​ທີ 14 ເມ​ສາ​ນີ້, ກະ​ຊວງນິ​ເວດ​ວິ​ທະ​ຍາ​ແລະ​ສິ່ງ​ແວດ​ລ້ອມ​ຈີນ​​ໄດ້​ແຈ້ງວ່າ: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ຈີນ, ທ່ານ​ຈອນ ເກ​ຣີ ​ທູດ​ພິ​ເສດ​​ຂອງປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ກ່ຽວ​ກັບ​ບັນ​ຫາ​ດິນ​ຟ້າ​ອາ​ກາດ ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ​ແຕ່​ວັນ​ທີ 14 ຫາ 17 ເມ​ສາ​ນີ້. ໃນ​ໄລ​ຍະ​ຢ້ຽມ​ຢາມ, ທ່ານ​ເຊ້ຍ​ເຈິ້ນ​ຮ​ວາ ທູດ​ພິ​ເສດ​ຂອງຈີນ​ກ່ຽວ​ກັບ​ວຽກ​ງານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຈີນ​ຈະ​ພົບ​ປະ​ກັບ​ທ່ານ​ຈອນ ເກ​ຣີ​ຢູ່​ນະ​ຄອນຫຼວງ​ຊຽງ​ໄຮ້ ເພື່ອ​ແລກ​ປ່ຽນ​ຄວາມ​ເຫັນ ກ່ຽວ​ກັບ​ການ​ຮ່ວມ​ມືດ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາ​ດ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ, ກອງ​ປະ​ຊຸມ​ປະ​ເທ​ດ​ພາ​ຄີ​ຄັ້ງ​ທີ 26 ຂອງ “ສົນ​ທິ​ສັນ​ຍາ​ຂອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ” ແລະ ອື່ນໆ.