ຈີນ​ ແລະ ສ.ເກົາຫຼີ​ຈັດ​ກອງ​ປະ​ຊຸມ​ກົນ​ໄກ​​ສົນ​ທະ​ນາ​ການ​ຮ່ວມ​ມື​ກ່ຽວ​ກັບວຽກ​ງານ​ທາງ​ທະ​ເລ​ຄັ້ງ​ປະ​ຖົມ​ມະ​ລືກ

2021-04-15 17:36:53 |ມາຈາກ: CRI

ກອງ​ປະ​ຊຸມ​ກົນ​ໄກ​​ສົນ​ທະ​ນາ​ການ​ຮ່ວມ​ມື​ກ່ຽວ​ກັບ​ວຽກ​ງານ​ທາງ​ທະ​ເລ​ຄັ້ງ​ປະ​ຖົມ​ມະ​ລືກລະ​ຫວ່າງ​ຈີນ ແລະ ສ.ເກົາຫຼີໄດ້​ຈັດ​ຂຶ້ນ​ໂດຍ​ຜ່ານ​ທາງວິ​ດີ​ໂອ ໃນ​ວັນ​ທີ 14 ເມ​ສາ​ນີ້.

ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ຮຸນ​ແຮ​ງ​ທີ່​ຍີ່​ປຸ່ນ​ບໍ່​ເອົາ​ຫົວ​ຊາ​ຕໍ່​ການ​ຄັດ​ຄ້ານ​​ຈາກ​ປະ​ຊາ​ຄົມ​ໂລກ ໂດຍ​ສະ​ເພາະ​ແມ່ນ​ການ​ຄັດ​ຄ້ານ​ຈາກ​ ຈີນ​ ແລະ ສ.ເກົາຫຼີ ທີ່​ເປັນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ສຳ​ຄັນ​ຂອງ​ຍີ່​ປຸ່ນ, ​ໃນ​ກໍ​ລະ​ນີ​ທີ່​ຍີ່​ປຸ່ນ​ໄດ້​ຕົກ​ລົງແຕ່​ຝ່າຍ​ດຽວ​ທີ່​ຈະ​ປ່ອຍ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄຼຍ​​ຈາກ​ໂຮງ​ໄຟ​ຟ້າ​ນິວ​ເຄຼຍ​ຟຸ​ຄຸ​ຊິ​ມະ​ລົງ​ທະ​ເລ. ສອງ​ຝ່າຍ​ໄດ້​ທວງ​ໃຫ້​ຍີ່​ປຸ່ນ​ຈົ່ງ​ປຶກ​ສາ​ຫາ​ລື​ກັບ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ປະ​ເທດ​​ໃກ້​ຄຽງຢ່າງ​ເຕັມ​ສ່ວນ, ແກ້​ໄຂ​ບັນ​ຫາ​ນ້ຳ​ເປື້ອນ​ດັ່ງ​ກ່າວ​ຢ່າງ​ສຸ​ຂຸມ​ຮອບ​ຄອບ ບົນ​ພື້ນ​ຖານ​ທີ່​ປະ​ເທດ​ ແລະ ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ​ຢ່າງ​ແທ້​ຈິງ. ຈີນ ແລະ ສ.ເກົາຫຼີ​ຈະ​ສືບ​ຕໍ່​ຮັກ​ສາ​ການ​ແລກ​ປ່ຽນ​ແລະ​ປະ​ສານ​ງານ​ຢ່າງ​ໃກ້​ຊິດ​ກ່ຽວ​ກັບ​ບັນ​ຫາ​ນີ້ ແລະ ຍິນ​ດີ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ ແລະ ປະ​ເທດ​ໃນ​ພາກ​ພື້ນ​ທີ່​ກ່ຽວ​ຂ້ອງ​ໃຊ້​ມາດ​ຕະ​ການ​ແລະ​ການ​ເຄື່ອນ​ໄຫວ​ທີ່​ຈຳ​ເປັນ​ທຸກ​ປະ​ການ ເພື່ອ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ສາ​ກົນ​ດັ່ງ​ກ່າວ.

ສອງ​ຝ່າຍ​ເຫັນ​ດີ​ຈະ​ຈັດກອງ​ປະ​ຊຸມ​ກົນ​ໄກ​​ສົນ​ທະ​ນາ​ການ​ຮ່ວມ​ມືກ່ຽວ​ກັບ​ວຽກ​ງານ​ທາງ​ທະ​ເລ​ຄັ້ງ​ທີ 2 ໃນ​ເວ​ລາ​ທີ່​ເໝາະ​ສົມ.