ການ​ດຶງ​ດູດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຕົວ​ຈິງ​ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ​ນີ້​ໄດ້​ເພີ່ມ​ຂຶນ​ເກືອບ 40% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ

2021-04-16 17:38:25 |ມາຈາກ: CRI

ຕົວ​ເລກ​ຂໍ້​ມູ​ນ​ທີ່​ກະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 15 ເມ​ສາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ໄຕ​ມາດ​​ທີ​ໜຶ່ງ​ປີ​ນີ້, ຈີນ​ສາ​ມາດ​ດຶ​ງ​ດູດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຕົວ​ຈິງ​ໄດ້ 302.47 ຕື້ຢວນ, ເພີ່ມ​ຂຶ້ນ 39,9% ເມື່ອ​ທ​ຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ແລະ ເພີ່ມ​ຂຶ້ນ 24,8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2019. ນອກ​ນີ້, ທ່ານ​ກາວ​ເຟີງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ຕົວ​ເລກ​ຂໍ້​ມູນ​ໃນ​ໄຕ​ມາດ​ທີ​ໜຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ດຶງ​ດູດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​​ຕົວ​ຈິງ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​​ກໍໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ​ເຊັ່ນ​ກັນ.

ທ່ານ​ກາວ​ເຟີງ​ກ່າວ​ຕື່ມ​ວ່າ: ເມື່ອ​ສັງ​ເກດ​ຈາກ​ແຫຼ່ງ​ທຶນ​ແລ້ວ​ເຫັນ​ວ່າ: ການ​ລົງ​ທຶນ​ຕົວ​ຈິງ​ຈາກ​ປະ​ເທດ​ລຽບ​ຕາມ “​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ອາ​ຊຽນ ແລະ ສະ​ຫະ​ພາບ​ເອີ​ຣົບ ຕ່າງ​ກໍໄດ້​ເພີ່ມ​ຂຶ້ນ 58,2%, 60% ແລະ 7,5% ຕາມ​ລຳ​ດັບ. ເມື່ອ​ສັງ​ເກດ​ຈາກ​ຂະ​ແໜງ​ການ​ແລ້ວ​ເຫັນ​ວ່າ: ກາ​ນດຶງ​ດູດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​​ຕົວ​ຈິງ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ​ໃນ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ຂະ​ແໜງ​​ເຕັກ​ນິກ​ຂັ້ນ​ສູງ​ແລະ​ໃໝ່​ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 30%. ໃນ​ນັ້ນ, ຂະ​ແໜງ​ການ​ບໍ​ລິ​ການ​ເຕັກ​ນິກ​ຂັ້ນ​ສູງ​ແລະ​ໃໝ່​ໄດ້​ເພີ່ມ​ຂຶ້ນ 43,9%.