ເວັບໄຊອົງການສະຖິຕິແຫ່ງຊາດຈີນໄດ້ໃຫ້ຮູ້ໃນວັນທີ 16 ເມສານີ້ວ່າ: ຕາມການຄິດໄລ່ເບື້ອງຕົ້ນ, ລວມຍອດຜະລິດຕະພັນພາຍໃນປະເທດຫຼື GDP ຂອງຈີນໃນໄຕມາດທຳອິດຂອງປີນີ້ໄດ້ບັນລຸເຖິງ 24.931 ຕື້ຢວນ, ຕາມການຄິດໄລ່ລາຄາປຽບທຽບ,ໄດ້ເພີ່ມຂຶ້ນ 18,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ເພີ່ມຂຶ້ນ 0,6% ເມື່ອທຽບໃສ່ໄຕມາດທີ 4 ຂອງປີ 2020; ເພີ່ມຂຶ້ນ 10,3% ເມື່ອທຽບໃສ່ໄຕມາດທີ 1 ຂອງປີ 2019, ເພີ່ມຂຶ້ນ 5,0% ເມື່ອທຽບໃສ່ການເຕີບໂຕສະເລ່ຍສອງປີ.
ເບິ່ງຈາກອຸດສາຫະກຳແລ້ວ, ມູນຄ່າເພີ່ມຂອງຂະແໜງກະສິກຳມີເຖິງ 1.133,2 ຕື້ຢວນ,ເພີ່ມຂຶ້ນ 8,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ເພີ່ມຂຶ້ນ 2,3% ເມື່ອທຽບໃສ່ການເຕີບໂຕສະເລ່ຍສອງປີ; ມູນຄ່າເພີ່ມຂອງຂະແໜງອຸດສາຫະກຳມີເຖິງ 9.262,3 ຕື້ຢວນ, ເພີ່ມຂຶ້ນ 24,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ເພີ່ມຂຶ້ນ 6,0% ເມື່ອທຽບໃສ່ການເຕີບໂຕສະເລ່ຍສອງປີ; ມູນຄ່າເພີ່ມຂອງຂະແໜງການບໍລິການມີເຖິງ 14.535,5 ຕື້ຢວນ, ເພີ່ມຂຶ້ນ 15,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ເພີ່ມຂຶ້ນ 4,7% ເມື່ອທຽບໃສ່ການເຕີບໂຕສະເລ່ຍຂອງສອງປີ. ທັງໝົດເຫຼົ່ານີ້ສະແດງໃຫ້ເຫັນວ່າເສດຖະກິດຂອງຈີນສາມາດຟື້ນຟູຄືນໃໝ່ໄດ້ຢ່າງໝັ້ນທ່ຽງ.