ທ່ານ​ສີ​ຈິ້ນ​ຜິ​ງຕ້ອນຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງຈາກ​ເອກ​ອັກຄະ​ລັດຖະທູດຄົນ​ໃໝ່​29 ທ່ານປະຈຳ​ຈີນ

2021-04-16 17:40:27 |ມາຈາກ: CRI

ຕອນ​ບ່າ​ຍຂອງ​ວັນ​ທີ 14 ​ເມສາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້ຕ້ອນຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງຈາກ​ເອກ​ອັກຄະ​ລັດຖະທູດຄົນ​ໃໝ່​ຂອງ 29 ປະ​ເທ​ດປະຈຳ​ຈີນ.

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່ວ ​ແລ​ະສົ່ງ​ຄຳ​ອວຍພອນ​ອັນ​ປະ​ເສີດ​ຜ່ານ​ທ່ານ​ທູດ​ໄປ​ຍັງ​ຜູ້ນຳ​ຂອງ​ແຕ່ລະ​ປະ​ເທດ. ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ​ໃນ​ປີຜ່ານມາ, ປະຊາຊົນ​ຈີນ​ ​ແລະ​ປະຊາຊົນ​ບັນດາ​ປະ​ເທດ​​ໄດ້​ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ​ຮ່ວມ​ກັນຕ້ານ​ກັບ​ພະຍາດ​ໂ​ຄວິດ-19, ​ໄດ້​ຂຽນປະຫວັດສາດ​ໜ້າ​ໃໝ່​ກ່ຽວ​ກັບ​ການ​ຮ່ວມ​ມືສາກົນ​ບົນ​ຈິດ​ໃຈ​ມິດຕະພາບ. ປີ​ນີ້​ແມ່ນປີ​ທີ່ພັກ​ກອມ​ມູນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 100 ປີ, ທັງແມ່ນ​ປີ​ທຳ​ອິດ​ທີ່​ຈີນຈັດຕັ້ງ​ປະຕິບັດ​ແຜນພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີຄັ້ງ​ທີ 14 ​ແລະ​ແມ່ນປີ​​ເປີດ​ຂະ​ບວນການສ້າງ​ສາ​ປະ​ເທດສັງຄົມ​ນິຍົມ​ທີ່ທັນສະ​ໄໝ​ຢ່າງຮອບດ້ານ.ຈີນ​ຈະ​ເດັດດ່ຽວ​ຍຶດໝັ້ນ​ໃນ​ການ​ປະຕິບັດ​ຕາມ​ແນວ​ຄວາມ​ຄິດ​ຂອງກາ​ນພັດທະນາ​ໃໝ່, ຕັ້ງໜ້າ​ສ້າງສະພາບ​ການ​ພັດທະນາ​ໃໝ່, ​ເຮັດ​ໃຫ້ການພັດທະນາຂອງ​ຈີນ​ເອື້ອ​ອຳນວຍ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ບັນດາ​ປະ​ເທດຢ່າງ​ມີ​ປະສິດທິ​ຜົນ​ຫຼາຍ​ກວ່າ​ເກົ່າ. ປີ​ນີ້​ຍັງ​ແມ່ນ​ປີ​ຄົບຮອບ 50 ປີທີ່​ຈີນ​ຟື້ນ​ຟູ​ບ່ອນ​ນັ່ງ​ທີ່​ຊອບ​ດ້ວຍ​ກົດໝາຍໃນ​ອົງການ​ສະ​ຫະປະຊາ​ຊາດ ​ແລະ​ແມ່ນ​ປີ​ຄົບຮອບ 20 ປີ​ທີ່ຈີນ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ​. ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນດາ​ປະ​ເທດ, ​ເດັດດ່ຽວ​ສະໜັບສະໜູນ​ລັດທິ​ຫຼາຍ​ຝ່າຍ, ປົກ​ປັກ​ຮັກສາ​ລະບົບ​ສາກົນ​ທີ່​ຖື​ເອົາ​ອົງການ​ສປຊ​ເປັນ​​ແກນກາງ ​ແລະ​ລະບຽບການສາກົນ​ທີ່ຖືກົດໝາຍ​ສາກົນ​ເປັນ​ພື້ນຖານ, ​ເດັດດ່ຽວປົກ​ປ້ອງ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ, ​ເດັດດ່ຽວ​ຊຸກຍູ້​ການ​ສ້າງ​ລະບົບ​ການບໍລິ​ຫານໂລກ ​ແລະ​ຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ. ງານ​ກິລາໂອ​ລິ​ມປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ຈັດ​ຂຶ້ນ​ໃນ​ປີ 2022. ພາຍ​ໃຕ້​ການ​ສະໜັບສະໜູນ ​ແລະເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າຂອງ​ບັນດາ​ຝ່າຍ, ຈີນ​ມີ​ຄວາມ​ໝັ້ນ​ໃຈ​ອຳ​ຈະສາມາດ​ແກ້​ໄຂ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ແລະ​ຈັດ​ງານ​ກິລາໂອ​ລິ​ມປິກ​ຄັ້ງ​ນີ້​​ໃຫ້​ເປັນ​ງານ​ມະຫາ​ກຳ​ທີ່​ລຽບ​ງ່າຍ, ປອດ​ໄພ ​ແລະປະ​ທັບ​ໃຈ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: ປະຊາຊົນ​ຈີນ​ເວລາ​ໃດ​ກໍທະນຸ​ຖະໜອມ​ມິດຕະພາບ ​ແລະ​ຮັກຫອມ​ສັນຕິພາບ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຍິນ​ດີ​ລົງ​ເລິກ​ການພົວພັນມິດຕະພາບ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ​ແລະ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ປະຊາຊົນ​ບັນດາ​ປະ​ເທດ​ບົນ​ພື້ນຖານ​​ຄວາມ​ສະ​ເໝີ​ພາບກັນ ​ແລະ​​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຮ່ວມ​ກັນສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ທີ່​ມີ​ຄຸນ​ນະພາ​ບສູງ. ຫວັງ​ວ່າ​ບັນດາ​ທ່ານ​ທູດ​ຈະ​ປະກອບສ່ວນ​ຢ່າ​ງຕັ້ງ​ໜ້າ​ເຂົ້າ​ໃນຊຸກຍູ້​ການ​ພັດທະນາ​ສາຍ​ພົວພັນ​ສອງ​ຝ່າຍ ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ອົງການ​ສປຊ ​ກັບ​ຈີນ.