ອຸປະກອນອຳນວຍຄວາມສະດວກໃນຂະແໜງກະສິກຳ: ການປູກຜັກທີ່ບໍ່ໃຊ້ດິນ

2021-04-19 16:08:26 |ມາຈາກ:

ຫ້ອງອຸ່ນແບບອັດຕະໂນມັດຂອງສະຫະກອນອາຊີບກະສິກຳປູກຝັງໂຈຢວນຈີຫຼີນ ທີ່ຕັ້ງຢູ່ ບ້ານຈ່ຽງນານເມືອງຈີຫຼີນ ແຂວງຈີຫຼີນ, ມີເນື້ອທີ່ 32,000 ຕາແມັດ, ບ່ອນນີ້ນຳໃຊ້ເຕັກນິກເຊັ່ນ ການປູກແບບບໍ່ໃຊ້ດິນ, ການທົດນ້ຳແບບປະຢັດນ້ຳ ແລະ ເຕັກໂນໂລຢີອື່ນໆ, ປະສານສົມທົບລະບົບການຄວບຄຸມອຸນຫະພູມ, ຄວາມຊຸ່ມຊື່ນ ແລະ ແສງສະຫວ່າງແບບອັດສະລິຍະ, ສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ດີເລີດເພື່ອການເຕີບໂຕຂອງພືດຊະນິດຕ່າງໆ, ໄດ້ບັນລຸຜົນຜະລິດພືດແຕ່ລະຊະນິດແບບບໍ່ມີການຂາດຕອນໃນຕະຫຼອດປີ. ໃນປີ 2020, ມີໝາກໄມ້ ແລະ ຜັກທັງໝົດ 600 ໂຕນຖືກຜະລິດຢູ່ທີ່ນີ້, ດ້ວຍມູນຄ່າການຜະລິດຫຼາຍກວ່າ 12 ລ້ານຢວນ.

ມາຈາກ: ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ: ຈ່ຽງນານ