ການຄ້າຕ່າງປະເທດຂອງແຂວງຢຸນນານເພີ່ມຂຶ້ນຢ່າງໄວວາໃນໄຕມາດທີໜຶ່ງປີນີ້​

2021-04-19 16:12:27 |ມາຈາກ:

ອີງຕາມສະຖິຕິຈາກດ່ານພາສີຄຸນໝິງ, ໃນໄຕມາດທີໜຶ່ງຂອງປີນີ້, ຍອດມູນຄ່າການນຳເຂົ້າ ແລະ ສົ່ງອອກຂອງການຄ້າຕ່າງປະເທດຂອງແຂວງຢຸນນານບັນລຸໄດ້ 74,21 ຕື້ຢວນ, ເພີ່ມຂຶ້ນ 59,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ, ໃນນັ້ນ, ການສົ່ງອອກເພີ່ມຂຶ້ນ 1,5 ເທົ່າ, ແລະ ການນຳເຂົ້າເພີ່ມຂຶ້ນ 3.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ; ໃນໄຕມາດທີໜຶ່ງປີ 2021, ຍອດມູນຄ່າການນຳເຂົ້າ ແລະ ການສົ່ງອອກການຄ້າຕ່າງປະເທດຂອງແຂວງຢຸນນານກັບບັນດາປະເທດລຽບຕາມ "ໜຶ່ງແລວໜຶ່ງເສັ້ນທາງ" ທັງໝົດບັນລຸໄດ້ 43,26 ຕື້ຢວນ, ເພີ່ມຂຶ້ນ 24,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ.

ບໍລິສັດ ອຸດສາຫະກຳໝາກໄມ້ຢຸນຝູປີນຊວນຢຸນນານ ທີ່ຕັ້ງຢູ່ເມືອງປີນຊວນ ກິ່ງແຂວງຕ້າຫຼີ ແຂວງຢຸນນານ ໄດ້ມີໃບສັ່ງຈອງຫຼາຍກວ່າ 3,000 ໂຕນ, ເຊິ່ງມີມູນຄ່າຫຼາຍກ່ວາ 20 ລ້ານຢວນ, ເຊິ່ງສ່ວນໃຫຍ່ແມ່ນຂາຍໃຫ້ແກ່ປະເທດຫວຽດນາມ, ໄທ, ແລະ ມາເລເຊຍ, ເຊິ່ງລ້ວນແຕ່ແມ່ນບັນດາປະເທດລຽບຕາມ "ໜຶ່ງແລວ ໜຶ່ງເສັ້ນທາງ".

ໝາກໄມ້ຂອງເມືອງປີນຊວນແມ່ນຂາຍໄດ້ດີ, ສ່ວນໃຫຍ່ແມ່ນຍ້ອນວ່າຜູ້ປູກເອົາໃຈໃສ່ຄຸນນະພາບຂອງໝາກກ້ຽງນ້ອຍ. ດ່ານພາສີດຳເນີນການກວດກາ ແລະ ການກວດພະຍາດຕໍ່ໝາກກ້ຽງນ້ອຍ, ພ້ອມດຽວກັນນັ້ນ, ກໍນຳໃຊ້ນະໂຍບາຍການຜ່ານດ່ານພາສີທີ່ສະດວກສະບາຍ, ສະນັັ້ນ, ຈຶ່ງໃຊ້ເວລາພຽງແຕ່ 2-3 ວັນ ໝາກໄມ້ຈາກສວນໝາກກ້ຽງກໍໄປຮອດຕະຫຼາດຂອງປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້.

ປະຈຸບັນຢູ່ເມືອງປີນຊວນ, ນອກຈາກໝາກກ້ຽງນ້ອຍ, ຍັງມີໝາກອະງຸ່ນ, ຜັກ ແລະ ຜະລິດຕະພັນກະສິກຳອື່ນໆໄດ້ຖືກສົ່ງອອກ, ເນື້ອທີ່ປູກຂອງຜະລິດຕະພັນກະສິກຳ ໄດ້ຮັບການຂະຫຍາຍຢ່າງຕໍ່ເນື່ອງ, ບັນລຸຫຼາຍກວ່າ 18.000 ເຮັກຕາ, ແລະ ການສົ່ງອອກຜະລິດຕະພັນກະສິກຳໄດ້ເພີ່ມຂຶ້ນຫຼາຍກ່ວາ 15 % ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ.

ມາຈາກ:ເວບໄຊແຂວງຢຸນນານ

ນັກຂ່າວ:ຢາງຈືຫຸຍ ເຫີຣົວເຊີງ