ເວທີ​ປຶກສາຫາລື​ອາຊີ​ໂປ​ອາວ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ໃນ​ມື້​ທຳ​ອິດ​ຂອງ​ກອງ​ປະຊຸມ​ປະຈຳ​ປີ 2021

2021-04-19 17:32:49 |ມາຈາກ: CRI

ວັນ​ທີ 18 ​ເມສາ​ນີ້, ກອງ​ປະຊຸມ​ປະຈຳ​ປີ 2021 ຂອງເວທີ​ປຶກສາຫາລື​ອາຊີ​ໂປ​ອາວພາຍ​ໃຕ້​ຫົວ​ຂໍ້ “ການ​ປ່ຽນ​ແປງຄັ້ງ​ໃຫຍ່​ຂອງ​ໂລກ: ຮ່ວມ​ກັນບໍລິຫານໂລກ​​ໃຫ້​ເຂັ້ມ​ແຂງ ​ແລະ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ​”​ ໃຫ້ມີ​ຄວາມ​ຄືບ​ໜ້າ” ​ໄດ້​ຈັດ​ຂຶ້ນ​ຢູ່​ແຂວງ​ໄຫ​ຫຼຳສປ ຈີນ. ​ໃນ​ມື້​ດຽວ​ກັນ, ເວທີ​ປຶກສາຫາລື​ອາຊີ​ໂປ​ອາວ​​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ສຳຄັນ 2 ສະບັບ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ​ເສດຖະກິດ​ອາຊີ​ອາດ​ຈະ​ເຕີບ​ໂຕ​ຄືນໃນ​ປີ 2021 ​ແລະ​ຈັງຫວະ​ການ​ເຕີບ​ໂຕ​ອາດ​ຈະ​ລື່ນ​ກາຍ 6,5%.

​ໃນ​ມື້​ທຳ​ອິດ​ຂອງ​ກອງ​ປະຊຸມຖະ​ແຫຼ​ງຂ່າວມື້​ທຳ​ອດ, ​ໄດ້​​ເຜີຍ​ແຜ່​ບົດ​ລາຍ​ງານສຳຄັນ​ສອງ​ສະບັບ ຄື: “ອາຊີ ​ແລະ​ໂລກ​ທີ່​ພັດທະນາ​ແບ​ບຍືນ​ຍົງ” ​ແລະ “ວິ​ໄສ​ທັດ​ ​ແລະ​ຂະ​ບວນ​​ການເຊື່ອມ​ໂຍງ​ເສດຖະກິດ​ອາຊີ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ”. ​ໃນ​ນັ້ນ, “ວິ​ໄສ​ທັດ ​ແລະ​ຂະ​ບວນການ​​ເຊື່ອມ​ໂຍງ​​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ​ເສດຖະກິດ​ອາຊີ 2021" ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ພາຍ​ໃຕ້​ສະພາບການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ​ແຕ່ເສດຖະກິດ​ອາຊີ​ຍັງ​ເຕີບ​ໂຕດີກ​ວ່າ​ເຂດ​ແຄວ້ນ​ອື່ນໆ​ຂອງໂລກ. ທ່ານ​ຫຼີປາວ​ຕຸ່ງ ​ເລຂາ​ທິການ​ໃຫຍ່​ຂອງເວທີ​ປຶກສາຫາລື​ອາຊີ​ໂປ​ອາວ​​ໄດ້ແນະນຳ​ວ່າ: ​ໃນ​ປີ 2021, ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຍັງ​ຈະ​ເປັນ​ປັດ​ໄຈ​ສຳຄັນ​ໃນ​ການ​ສົ່ງຜົົນ​ກະທົບ​​ໂດຍ​ກົງຕໍ່​ເສດຖະກິດ​ອາຊີ, ​ແຕ່​ວ່າ​ໄປ​ຄຽງ​ຄູ່​ກັບ​ບາງ​ກຸ່ມ​ເສດຖະກິດ​​ໃນອາຊີ​ພວມດຳ​ເນີນ​ແ​ຜນການ​ສັກ​ຢາ​ວັກ​ຊີ​ນຂະໜາດ​ໃຫຍ່, ​ເຊິ່ງຈະ​ຊ່ວຍ​ເຮັດ​​ໃຫ້​ຄວາມອາດ​ສາມາດ​ໃນ​ການ​ຄວບ​ຄຸມພະຍາດ​ໂຄ​ວິດ-19 ​ໄດ້​ນັ້ນສືບ​ຕໍ່​ເພີ່ມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ. ຄາດ​ວ່າ​ໃນ​ປີ 2021, ຈັງຫວະ​ການ​ຟື້ນ​ຟູ​ເສດຖະກິດ​ຂອງ​ອາຊີ​ຈະ​​ໄວ​ຂຶ້ນ, ຈັງຫວະ​ການ​ເຕີບ​ໂຕ​ອາດ​ຈະ​ບັນລຸ​ແຕ່ 6,5% ຂຶ້ນ​ໄປ. ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຂອງ​ຈີນ​ເຊື່ອມ​ຕໍ່​ກັບ “​ແຜນ​ແມ່​ບົດ​ວ່າ​ດ້ວຍ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນຂອງ​ອາ​ຊຽນຮອດ​ປີ 2025” ​ກໍ​ຄື​ການ​ສ້າງ​ສະຫະພັນ​ເສດຖະກິດ​ເອີຣົບ-ອາຊີ ​ແລະ​ຂໍ້​ລິ​ເລີ່​ມການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ຂອງພາກ​ພື້ນ ກໍ​ຄື​ທົ່ວ​ໂລກ ​ແລະ​ອື່ນໆຢ່າງ​ເຂັ້ມ​ແຂງ ​ເຊິ່ງມີ​ຄວາມ​ໝາຍ​ສຳຄັນທີ່​ສຸດ​ຕໍ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ, ການ​ຟື້ນ​ຟູ​ ​ແລະ​ການພັດທະນາ​ເສດຖະກິດ​ຢູ່​ພາກ​ພື້ນ​ພາຍຫຼັງ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19.