ຈີນ ​ແລະ​ອາ​ເມຣິກາ​ຟື້ນ​ຟູ​ຊ່ອງ​ທາງ​ການ​ເຈລະຈາ ​ແລະ​ການ​ຮ່ວມ​ມື​ດ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ

2021-04-20 17:24:20 |ມາຈາກ: CRI

ວັນ​ທີ 19 ​ເມສາ​ນີ້, ທ່ານວ່າງ​ເວີນ​ປິ່ນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ວ່າ: ​ໃນ​ໄລຍະຢູ່​ຢ້ຽມຢາມ​ປະ​ເທດ​ຈີນແຕ່​ວັນ​ທີ 14 ຫາ​ວັນ​ທີ 17 ​ເມສາ​​ຂອງ​ທ່ານຈອນ ຟອຟ ​ເຄີ​ຣີ ທູດ​ພິ​ເສດ​ກ່ຽວ​ກັບ​ບັນຫາດິນ​ຟ້າ​ອາກາດ​ຂອງ​ປະທານາທິບໍດີ​ອາ​ເມຣິກາ, ຈີນ ​ແລະ​ອາ​ເມຣິກາ​ໄດ້​​ແລກປ່ຽນຄວາມ​ຄິດ​ເຫັນ​ກັນ​ຢ່າງ​ກົງ​ໄປ​ກົງ​ມາ, ​ເລິກ​ເຊິ່ງ ​ແລະ​ສ້າງສັນ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ ​ເຊັ່ນ: ຮ່ວມ​ກັນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳດ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ສັນຍາຂອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ, ກອງ​ປະຊຸມ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ​ຄັ້ງ​ທີ 26 ​ແລະ​ອື່ນໆ, ​ເຊິ່ງ​ສອງ​ຝ່າຍໄດ້​ບັນລຸ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງໜ້າ ​ແລະ​​ໄດ້ຟື້ນ​ຟູ​ຊ່ອງ​ທາງ​ການ​ເຈລະຈາ ​ແລະ​ການ​ຮ່ວມ​ມື​ດ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ລະຫວ່າງ​ຈີນ ​ແລະ​ອາ​ເມຣິກາ.

ທ່ານ​ຫວ່າງ​ເວີນ​ປິ່ນ​ກ່າວ​ວ່າ: ຈີນ ​ແລະ​ອາ​ເມຣິກາ​ກ່າວ​ເນັ້ນ​ວ່າ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແມ່ນ​ໄພ​ຂົ່ມຂູ່​ຢ່າງຮ້າຍ​ແຮງ ​ແລະ​ຮີບ​ດ່ວນ​ທີ່​ມີ​ຕໍ່​ການ​ຍືນ​ຍົງ​ຄົງ​ຕົວ ​ແລະ​ການ​ພັດທະນາຂອງມວນ​ມະນຸດ. ສອງ​ປະ​ເທດ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຮ່ວມ​ກັບ​ບັນດາ​ຝ່າຍອື່ນໆ​ພະຍາຍາມຮ່ວມ​ກັນ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຈັດ​ຕັ້ງ​ປະຕິບັດຫຼັກການ ​ແລະລະບຽບ​ການ​ຕາມ “ສັນຍາ​ຂອບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ອົງການ​ສປຊ” ​ແລະ “ສັນຍາ​ປາຣີ” ຢ່າງຮອບດ້ານ, ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ຄຸ້ມ​ຄອງ​ດິນ​ຟ້າ​ອາກາດ​ຂອງ​ໂລກ. ສອງ​ຝ່າຍ​ຈະ​ສືບ​ຕໍ່​ຮັກສາ​ການ​ເຈລະຈາ, ​ເພີ່​ມທະວີ​ການ​ແລກປ່ຽນ ​ແລະ​ການ​ຮ່ວມ​ມືກັນຕື່ມ​ອີກ​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ: ​ເພີ່ມ​ທະວີ​ນະ​ໂຍບາຍ ​ແລະ​ມາດຕະການ, ຊຸກຍູ້​ການ​ຫັນ​ເປັນການ​ພັດທະນາ​ແບບ​ສີ​ຂຽວ ​ແລະ​ກາກ​ບອນ​ຕ່ຳ, ສະໜັບສະໜູນ​ການ​ພັດທະນາ​ພະລັງງານ​ກາກ​ບອນ​ຕ່ຳຂອງ​ປະ​ເທດ​ພວມ​ພັດທະນາ ​ແລະ​ອື່ນໆ.