ລີ້ຈ່ຽງແຂວງຢຸນນານປົກປັກຮັກສາ ແລະ ຄຸ້ມຄອງທະເລສາບລູກູ

2021-04-21 16:01:14 |ມາຈາກ:

ທະເລສາບລູກູ, ຕັ້ງຢູ່ລະຫວ່າງເຂດແດນຂອງແຂວງເສສວນ ແລະ ແຂວງຢຸນນານປະເທດຈີນ, ເປັນທະເລສາບຂອງທັງແຂວງເສສວນ ແລະ ແຂວງຢຸນນານ, ຄຸນນະພາບນ້ຳດີ, ປົກປັກຮັກສາຄຸນນະພາບນ້ຳປະເພດຂັ້ນ 1 ຂອງປະເທດຈີນຢ່າງໝັ້ນທ່ຽງ. ຊຸມປີມໍ່ໆມານີ້, ເພື່ອປົກປັກຮັກສາລະບົບນິເວດທະເລສາບລູກູ, ນະຄອນລີ້ຈ່ຽງອອກແຮງຈັດຕັ້ງປະຕິບັດນະໂຍບາຍໂດຍຜ່ານ ການກໍ່ສ້າງແຖບນິເວດທະເລສາບ ຟື້ນຟູນິເວດດິນທາມ ປັບປຸງປົວແປງນິເວດຂອງທາງນ້ຳທີ່ໄຫຼເຂົ້າທະເລສາບ, ລະບົບນິເວດໄດ້ມີການປົກປັກຮັກສາຢ່າງມີປະສິດທິຜົນ.

ມາຈາກ:ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ:ຫູ ຊາວ