ທ່ານ​ສີ​ຈີ້ນ​ຜິງ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດ​ຍອດ​ຜູ້​ນຳກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ​

2021-04-21 17:47:55 |ມາຈາກ: CRI

ວັນ​ທີ 21 ເມ​ສາ​ນີ້, ທ່ານ​ນາງຮ​ວ້າ​ຊຸ່ນຢີ໋ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​​ໄດ້​ແຈ້ງ​ໃຫ້​ຮູ້​​ວ່າ, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ, ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຈະ​ເຂົ້​າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ໃນ​ຮູບ​ແບບ​ຜ່ານ​ທາງ​ອອນ​ລາຍ​ຢູ່​​ນະ​ຄອນ​ຫຼວງປັກ​ກິ່ງ​ໃນ​ວັນ​ທີ 22 ເມ​ສາ​ນີ້.