ປັດຈຸບັນນີ້, ທາງລົດໄຟໃນເຂດພູດອຍຫ່າງໄກສອກຫຼີກຂອງຈີນ, ຍັງຄົງເປີດຂະບວນ “ລົດໄຟຊ້າ” ທີ່ມີຄວາມໄວສະເລ່ຍບໍ່ເຖິງ 40 ກິໂລແມັດຕໍ່ໜຶ່ງຊົ່ວໂມງ, ຈາກພູໂຊງ(Puxiong)ໄປຮອດທິດຕາເວັນໃຕ້ພັນເຈີຮວາ(Panzhihuanan)ຂອງກິ່ງແຂວງປົກຄອງຕົນເອງຊົນເຜົ່າຢີ ລຽງຊັນ(Liangshan)ແຂວງເສສວນ, ເສັ້ນທາງນີ້ມີຄວາມຍາວທັງໝົດ 376 ກິໂລແມັດ, ໃຊ້ເວລາເດີນທາງທັງໝົດ 11 ຊົ່ວໂມງ 4 ນາທີ, ຕາມແລວທາງມີສະຖານີພັກລົດ 26 ແຫ່ງ. ລາຄາປີ້ລົດສຸງສຸດ 25,5 ຢວນ, ຕ່ຳສຸດ 2 ຢວນ, ລາຄາປີ້ລົດບໍ່ມີການປ່ຽນແປງໃນ 30 ປີທີ່ຜ່ານມາ. ໃນຂະບວນລົດໄຟພິເສດນີ້, ນັກສຶກສາອ່ານປື້ມ ລົມກັນຫຼິ້ນ, “ລົດໄຟຊ້າ” ນຳຄວາມຝັນຂອງພວກເຂົາ ພາພວກເຂົາໄປສູ່ອະນາຄົດ.
ພ້ອມກັນນັ້ນ, ແຕ່ຄຸນໝິງ(Kunming)ໄປຮອດທິດຕາເວັນຕົກຢວນໂມວ(Yuanmouxi), ຈາກເວິຍເຊີ(Weishe)ໄປຮອດຫຼິ້ວພັນຊຸຍ(Liupanshui)ກໍມີ “ລົດໄຟຊ້າ” ເຊັ່ນດຽວກັນ. ຍົກຕົວຢ່າງວ່າຈາກຄຸນໝິງໄປຮອດທິດຕາເວັນຕົກຢວນໂມວ, ຂະບວນລົດໄຟທີ່ເປີດໃຫ້ບໍລິການມີໄລຍະທາງ 245 ກິໂລແມັດ, ຕ້ອງໃຊ້ເວລາ 5 ຊົ່ວໂມງ 14 ນາທີ, ຜ່ານສະຖານີ 13 ແຫ່ງ, ປີ້ລົດເດີນທາງຕະຫຼອດສາຍແມ່ນ 30,5 ຢວນ, ລົດໄຟຈອດສະຖານີທຸກແຫ່ງ, ລາຄາປີ້ລົດລະຫວ່າງສະຖານີໃກ້ຄຽງກັນ, ຕ່ຳສຸດມີແຕ່ 4 ຢວນ.
30 ປີທີ່ຜ່ານມາ, ຢາງຫຼຽນເຈີນ(Yanglianzhen)ເອົາຜັກ ແລະ ໝາກໄມ້ໄປຂາຍຢູ່ຕາມເຂດແລວທາງຂອງຄຸນໝິງ(Kunming)ໂດຍຜ່ານລົດໄຟຂະບວນນີິ້. ເງິນທີ່ຫາໄດ້, ບໍ່ພຽງແຕ່ສະໜັບສະໜູນຄ່າໃຊ້ຈ່າຍຂອງຄອບຄົວ, ຍັງມອບໃຫ້ເປັນຄ່າໃຊ້ຈ່າຍຂອງນັກສຶກສາມະຫາວິທະຍາໄລຄົນໜຶ່ງ.
ມາຮອດປັດຈຸບັນນີ້, ຢາງທາວ (Yang Tao) ຫຼານຊາຍຂອງ ຢາງຫຼຽນເຈີນ, ໄດ້ເສັງເຂົ້າມະຫາວິທະຍາໄລທາງລົດໄຟສືເຈ່ຍຈ້ວງ(Shijiazhuang), ແລະ ສືບຕໍ່ຂຽນເລື່ອງລາວສາຍແນນຂອງຄອບຄົວ ກັບ “ລົດໄຟຊ້າ”.
ຫຼາຍປີທີ່ຜ່ານມາ, ແລວທາງລົດໄຟເສັ້ນນີ້ໄດ້ກ່ຽວຂ້ອງກັບຊີວິດຂອງປະຊາຊົນບໍ່ວ່າຈະແມ່ນ ການໄປຮຽນ ຫາໝໍ ຢ້ຽມຢາມພີ່ນ້ອງ ໄປຕະຫຼາດ ໄປເຮັດວຽກທາງນອກ, ຍັງມີການຕ້ອນຮັບແຂກ ການສູ່ຂໍ, ລ້ວນແຕ່ປາສະຈາກ “ລົດໄຟຊ້າ” ນີ້ບໍ່ໄດ້.
ມາຈາກ:ສຳນັກຂ່າວຊິນຮວາຂອງຈີນ
ນັກຂ່າວ:ເສີ້ນໂປຫັນ ນ້ຽນຊິນຫົງ