ແຂວງຢຸນນານປະຕິບັດໂຄງການ “ປ່ຽນສະລີງເປັນຂົວ” ຢ່າງຮອບດ້ານ

2021-04-25 17:13:17 |ມາຈາກ:

“ເສັ້ນທາງເຊືອກ” ຫຼື “ສະລີງ”(ເສັ້ນທາງເຊືອກ ທີ່ໃຊ້ເຊືອກຂ້າມແມ່ນ້ຳ)ເປັນວິທີການເດີນທາງແບບດັ້ງເດີມຂອງປະຊາຊົນທີ່ອາໄສຢູ່ເຂດເລິກຂອງພູ ທີ່ຕັ້ງຢູ່ເຂດພາກຕາເວັນຕົກສ່ຽງໃຕ້ຂອງຈີນ, ເປັນສາຍທີ່ເຊື່ອມຕໍ່ຊາວບ້ານທ້ອງຖິ່ນກັບໂລກພາຍນອກ. ຄຽງຄູ່ກັບການພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດຈີນ, ຍ້ອນວ່າ “ສະລີງ” ບໍ່ມີຄວາມປອດໄພ, ເວລາທີ່ໃຊ້ຂ້າມຜ່ານມີປະສິດທິພາບຕ່ຳ ແລະ ອື່ນໆ ເຊິ່ງເປັນປັດໃຈຕົ້ນຕໍທີ່ຈຳກັດການປັບປຸງເງື່ອນໄຂພື້ນຖານໂຄງລ່າງການຄົມມະນາຄົມໃນເຂດຫ່າງໄກສອກຫຼີກ ແລະ ເຂດຊົນເຜົ່າສ່ວນໜ້ອຍຂອງແຂວງຢຸນນານ.

ເລີ່ມຈາກປີ 2011 ເປັນຕົ້ນມາ, ແຂວງຢຸນນານຈັດຕັ້ງປະຕິບັດໂຄງການ “ປ່ຽນສະລີງເປັນຂົວ” ຢ່າງຮອບດ້ານ. ມູນຄ່າການລົງທຶນລວມມີ 2,069 ຕື້ຢວນ, ສຳເລັດການກໍ່ສ້າງຂົວປ່ຽນແທນສະລີງ 199 ແຫ່ງ, ກວມເອົາ 60,8% ຂອງຈຳນວນລວມໃນປະເທດຈີນ, ໂຄງການແຈກຢາຍໃນ 15 ກິ່ງແຂວງ ຫຼື (ເມືອງ), ມີຜົນປະໂຫຍດຕໍ່ 2153 ກຸ່ມບ້ານ, ແລະ ພົນລະເມືອງໄດ້ຮັບຜົນປະໂຫຍດເຖິງ 1,22 ລ້ານຄົນ.

“ປ່ຽນສະລີງເປັນຂົວ” ໄດ້ປ່ຽນແປງວິທີການການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນ. ບັນຫາຊີວິດການເປັນຢູ່ຂອງປະຊາຊົນ ເຊັ່ນ ເດັກນ້ອຍເຂົ້າຮຽນຍາກ ຄົນເຈັບຫາໝໍຍາກ ຂົນສົ່ງຜະລິດຕະພັນທີ່ມີເອກະລັກຂອງທ້ອງຖິ່ນຍາກ ເພີ່ມລາຍຮັບຍາກ ແລະ ອື່ນໆໄດ້ຮັບການປັບປຸງຢ່າງໃຫຍ່ຫຼວງ, ຄວາມຫ້າວຫັນໃນການອອກແຮງງານກໍເພີ່ມທະວີຂຶ້ນຢ່າງຈະແຈ້ງ.

ມາກຈາກ:ສຳນັກຂ່າວຢຸນນານ

ນັກຂ່າວ:ເພີງຊີ