ນັກແຕ້ມຮູບສັດ ແລະ ພືດໃນສະຖາບັນຄົ້ນຄວ້າວິທະຍາສາດ

2021-04-25 17:26:19 |ມາຈາກ:

ປີນີ້ ທ່ານ ຫຼີ້ຈ້ຽນ ມີອາຍຸ 60 ປີ, ເປັນນັກວິິຊາການທີ່ເຮັດການທົດລອງຂັ້ນສູງ(experimenter)ຂອງຫ້ອງການຄົ້ນຄວ້າສັດເລືອຄານ ແລະ ເຄິ່ງບົກເຄິ່ງນ້ຳ ສະຖາບັນຊີວະວິທະຍາເສີງຕູ່(Chengdu)ຂອງສະພາບັນດິດວິທະຍາສາດຈີນ(Chengdu Institute of Biology, CAS) . ເຮັດວຽກແຕ້ມຮູບແບບວິທະຍາສາດຊະນິດຂອງສັດ ແລະ ພືດເປັນເວລາຍາວນານ. ໃນປີ 1978, ທ່ານເຂົ້າເຮັດວຽກທີ່ສະຖາບັນຊີວະວິທະຍາເສີງຕູ່ຂອງສະພາບັນດິດວິທະຍາສາດຈີນ, ຮັບຜິດຊອບການແຕ້ມຮູບໃນຄະນະບັນນາທິການຂອງພືດປະຈຳຖິ່ນ(Flora Editorial Committee)ແຂວງເສສວນ. ປີ 1990, ທ່ານເຂົ້າເຮັດວຽກຢູ່ຫ້ອງການຄົ້ນຄ້ວາສັດເລືອຄານ ແລະ ເຄິ່ງບົກເຄິ່ງນ້ຳ, ເລີ່ມເຮັດວຽກແຕ້ມຮູບສັດ.

ໃນຊ່ວງເວລາຍາວນານທີ່ເຮັດວຽກແຕ້ມຮູບ, ທ່ານ ຫຼີ້ຈ້ຽນ ມີສາຍຕາທີ່ແຫຼມຄົມ, ລາຍລະອຽດຂອງພືດ ແລະ ສັດທັງໝົດບໍ່ເຄີຍຢູ່ນອກສາຍຕາທ່ານ, ລ້ວນແຕ່ຖືກແຕ້ມໃນຮູບຢ່າງລະອຽດດີເລີດ.

ເດືອນພຶດສະພາປີ 2021 , ທ່ານ ຫຼີ້ຈ້ຽນ ໃກ້ຊິຮອດອາຍຸກິນເບ້ຍບຳນານ. ໃນ ໄລຍະເວລາ 43 ປີ, ທ່ານມີທັດສະນະຄະຕິໃນເວລາຄົ້ນຄ້ວາຢ່າງເຂັ້ມງວດ ແລະ ມີສີມືການແຕ້ມຮູບທີ່ດີຫຼາຍ, ທ່ານແຕ້ມຮູບສັດ ແລະ ພືດຫຼາຍພັນກ່ວາແຜ່ນ, ແຕ້ມ “ຜູ້ພິທັກນ້ອຍ” ຫຼາຍກ່ວາ 730 ປະເພດໃນໂລກໃຫ້ປາກົດຕົວຢ່າງມີຊີວິດຊີວາສູ່ສາຍຕາຜູ້ອ່ານ.

ຮູບແຕ້ມຂອງສັດໜຶ່ງໃບທີ່ໃຫຍ່ຊ່ຳມື, ທ່ານ ຫຼີ້ຈ້ຽນ ຕ້ອງໃຊ້ເວລາປະມານ 10 ວັນ, ແຕ້ມງູໜຶ່ງໂຕທີ່ມີເກັດເຕັມໂຕ, ຕ້ອງໃຊ້ເວລາເຄິ່ງເດືອນປາຍ.

ມາກຈາກ: ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ: ຫຼິວຄຸນ