ຈີນ​ຈະ​ຈັດ​ງານ​ວາງ​ສະ​ແດງ​ເຄື່ອງ​ບໍ​ລິ​ໂພກ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ໃນ​ຕົ້ນ​ເດືອນ​ໜ້າ

2021-04-29 17:52:10 |ມາຈາກ: CRI

ຕາມ​ຂ່າວCRI:ວັນ​ທີ 7 ຫາ​ວັນ​ທີ 10 ພຶດ​ສະ​ພາ​ໜ້າ​ນີ້, ງານ​ວາງ​ສະ​ແດງ​ເຄື່ອງ​ບໍ​ລິ​ໂພກ​ສາ​ກົນ​ຈີນ​ຄັ້ງ​ປະ​ຖົມ​ມະ​ລືກ​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໄຫ​ໂຂ​ແຂວງ​ໄຫ​ຫຼຳ​ຂອງ​ຈີນ. ວັນ​ທີ 28 ເມ​ສາ​ນີ້, ທ່ານ​ຫວາງ​ປີ່ງ​ໜານ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງວ່າ: ປັດ​ຈຸ​ບັນ​ນີ້​ມີ​ວິ​ສາ​ຫະ​ກິດ 648 ແຫ່ງ​ທີ່​ມາ​ຈາກ 69 ປະ​ເທດ​ແລະ​ພາກ​ພື້ນ​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້, ມີ​ຍີ່​ຫໍ້​ທີ່​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ 1319 ຍີ່​ຫໍ້. ຄາດ​ຄະ​ເນ​ວ່າ​ໃນ​ໄລ​ຍະ​ຈັດ​ງານ​ວາງ​ສະ​ແດງ, ຈະ​ມີ​ຜູ້​ຈັດ​ຊື້​ມາ​ຈາກນອກ​ເກາະ​ໄຫ​ຫຼຳ​ຫຼາຍກວ່າ 2 ໝື່ນ​ຄົນ; ມີ​ຜູ້​ເຂົ້​າ​ຊົ​ມ​ຫຼາຍກວ່າ 2 ແສນ​ເທື່ອ​ຄົນ.

ທ່ານ​ຫວາງ​ປີງ​ໜານ​ກ່າວ​ວ່າ: ງານ​ວາງ​ສະ​ແດງ​ເຄື່ອງ​ບໍ​ລິ​ໂພກ​ກໍ​ປຽບ​ເໝືອນ​ປ່ອງ​ຢ້ຽມ​ໃໝ່​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນ​ໂຍ​ບາຍ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ. ການ​ຈັດ​ງານ​ວາງ​ສະ​ແດງ​ເຄື່ອງ​ບໍ​ລິ​ໂພກ​ຂອງ​ຈີນ, ບໍ່​ພຽງ​ແຕ່​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ຜົນ​ສຳ​ເລັດ​ດ້ານ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ສະ​ພາບ​ພະ​ຍາດ​ຂອງ​ຈີນ​ເທົ່າ​ນັ້ນ, ຍັງ​ໄດ້​ສົ່ງ​ສັນ​ຍານ​ອັນ​ຕັ້ງ​ໜ້າ​ທາງ​ດ້ານ​ເສດ​ຖະ​ກິດ​ຂອງ​ຈີນ​ທີ່​ມີ​ຄວາມ​ໝັ້ນ​ທ່ຽງ​ແລະ​ມີ​ອະ​ນາ​ຄົດ​ທີ່​ດີ. ຈີນ​ຍິນ​ດີ​ຕ້ອນ​ຮັບ​ປະ​ເທດ​ຕ່​າງໆ​ມາ​ຊົມ​ໃຊ້​ຜົນ​ສຳ​ເລັດ​ຂອງ​ການ​ພດ​ທະ​ນາ​ຢ່າງວ່ອງ​ໄວ​ຂອງ​ຈີນ, ຊົມ​ໃຊ້​ຕະ​ຫຼາດ​ໃຫຍ່​ຂອງ​ຈີນ, ສະ​ໜອງ​ກຳ​ລັງ​ແຮງ​ໃໝ່​ໃນ​ການ​ຟື້ນ​ຟູ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ.