ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານ​ຊົມ​ເຊີຍຜົນ​ສຳ​ເລັດຂອງ​ການ​ສົ່ງ​ຍານ​ອະ​ວະ​ກາດແກນ​ກາງຂອງ​ສະ​ຖາ​ນີ​ອະ​ວະ​ກາດ “ທຽນ​ເຮີ”​ຂຶ້ນ​ສູ່​ອະ​ວະ​ກາດ

2021-04-29 17:54:45 |ມາຈາກ: CRI

ເວ​ລາ 11ໂມງ 23 ນາ​ທີ​ຂອງວັນ​ທີ 29 ເມ​ສາ​ນີ້, ຈີນ​ໄດ້​ສົ່ງ​ຍານ​ອະ​ວະ​ກາດ​ແກນ​ກາງຂອງ​ສະ​ຖາ​ນີ​ອະ​ວະ​ກາດ “ທຽນ​ເຮີ”​​ຂອງ​ຈີນຂຶ້ນ​ສູ່​ວົງ​ໂຄ​ຈອນ​ຕາມ​ທີ່​ກຳ​ນົດ​ໄວ້​ລ່ວງໜ້າ, ຖື​ວ່າ ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ປະ​ຕິ​ບັດແຜນ​ການ​ສົ່ງ​ຍານ​ຂຶ້ນ​ສູ່​ອະ​ວະ​ກາດ​ໃນ​ຄັ້ງ​ນີ້. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ໂດຍ​ຕາງ​ໜ້າ​ໃຫ້​ສູນ​ກາງ​ພັກ,ລັດ​ຖະ​ບານ​ແລະ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ແລະ​ສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ເຖິງ​ສູນ​ບັນ​ຊາ​ການ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ບິນ​ອະ​ວະ​ກາດ​ໃນການ​ສ້າງ​ສະ​ຖາ​ນີ​ອະ​ວະ​ກາດ​ໃນ​ໂຄງ​ການ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ມະ​ນຸດ​ພ້ອມ​ດ້ວຍ​ບັນ​ດາ​ໜ່ວຍ​ງານ​ແລະ​ທຸກໆ​ສະ​ຫາຍ​ ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ແລະ​ການ​ທົດ​ລອງ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ສົ່ງ​ຍານ​ອະ​ວະ​ກາດ “ທຽນ​ເຮີ”​ຂຶ້ນ​ສູ່​ອະ​ວະ​ກາດ​ຄັ້ງ​ນີ້.

ໃນ​ສານ​ຊົມ​ເຊີຍ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ລະ​ບຸ​ວ່າ: ກາ​ນ​ສ້າງ​ສະ​ຖາ​ນີ​ວະ​ອະ​ກາດແລະ​ສ້າງ​ຫ້ອງ​ທົດ​ລອງ​ອະ​ວະ​ກາດ​ແຫ່ງ​ຊາດ​ໃຫ້​ສຳ​ເລັດ ເປັນ​ເປົ້າ​ໝາຍ​ສຳ​ຄັນ​​ໃນ​ການ​ບັນ​ລຸ​ຍຸດ​ທະ​ສາດ “3ບາດ​ກ້າວ”​ຂອງ​ໂຄງ​ການ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ມະ​ນຸດ​ຂອງ​ຈີນ, ເປັນ​ໂຄງ​ການ​ທີ່​ມີ​ລັກ​ສະ​ນະ​ນຳ​ໜ້າ​ອັນ​ສຳ​ຄັນ​ໃນ​ການ​ສ້າງ​ປະ​ເທດ​ຊາດ​ໃຫ້​ເປັນ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ແລະ​ການ​ບິນ​ອະ​ວະ​ກາດ. ການ​ສົ່ງ​ຍານ​ອະ​ວະ​ກາດ​ແກນ​ກາງ “ທຽນ​ເຮີ”​ຂຶ້ນ​ສູ່​ອະ​ວະ​ກາດ​ຢ່າງ​ສຳ​ເລັດ​ຜົນ ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ສ້າງ​ສະ​ຖາ​ນີ​ອະ​ວະ​ກາດ​ຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ປະ​ຕິ​ບັດ​ຢ່າງ​ຮອບ​ດ້ານ ເຊິ່ງ​ໄດ້​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ປະ​ຕິ​ບັດ​ໜ້າ​ທີ່​ຕາມ​ແຜນ​ການ​ໃນ​ຕໍ່​ໜ້າ. ຫວັງ​ວ່າ​ບັນ​ດາ​ສະ​ຫາຍ​ຈະ​ອອກ​ແຮງ​ເສີມ​ຂະ​ຫຍາຍ​ນ້ຳ​ໃຈ “2 ​ລະ​ເບີດ 1 ດາວ​ທຽມ”ແລະ​ນ້ຳ​ໃຈ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ມະ​ນຸດ, ເພິ່ງ​ຕົນ​ເອງ​ແລ​ະ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ປະ​ດິດ​ສ້າງ​ໃໝ່​ແລະ​ສ້າງ​ຜົນ​ງານ​ໃໝ່, ເພື່ອ​ຍາດ​ເອົາ​ໄຊ​ຊະ​ນະ​ຢ່າງ​ຮອບ​ດ້ານ​ໃນ​ການ​​ເຮັດສຳ​ເຫຼັດ​ໜ້າ​ທີ່​ການ​ສ້າງ​ສະ​ຖາ​ນີ​ອະ​ວະ​ກາດ, ປະ​ກອບ​ສ່ວນ​ໃໝ່​ໃຫຍ່​ຫຼວງກວ່າ​ເກົ່າ​ເຂົ້າ​ໃນ​ການ​ສ້າງປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ.