ຄະນະທູຕານຸທູດ ປະຈຳ ສປ ຈີນ ມາຢ້ຽມຢາມແຂວງຢຸນນານ

2021-04-30 13:02:36 |ມາຈາກ:

ວັນທີ 21 ຫາ ວັນທີ 24 ເມສານີ້, ທ່ານ ເລີ້ຢີ້ເສີງ(Leyucheng)ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນ ນຳຄະນະທູຕານຸທູດ ປະຈຳ ສປ ຈີນ 28 ປະເທດມາຢ້ຽມຢາມແຂວງຢຸນນານ.

ບັນດາເພື່ອນມິດປະເທດເຫຼົ່ານີ້, ມາຈາກປະເທດ ຊຳບີ, ບູນກາລີ, ສະໂລວາກີ, ອານບານີ, ອາແຊກໄບຊານ, ບຸຣູນດີ, ກາບົງ, ລຸກຊຳບວກ, ສະຫະນະຄອນ ເອມີຣັດ ອາຣັບ, ລີບັງ, ໄຊປຼັດ, ໂດມີນີກັນ, ເຄັນຢາ, ສະວິດ, ເຊັກ, ມາລີ, ບຼູໄນ, ໂກສະຕາຣິກາ, ຊູດັງ, ກຳປີ, ເວເນຊູເອນລາ, ອາຟຼິກາໃຕ້, ອຽກລັງ, ມາເຊໂດນີ, ໄທ, ມາເລເຊຍ, ດານມາກ ແລະ ອູແກຣນ.

ໃນເວລາ 4 ວັນນີ້, ບັນດາທູຕານຸທູດ ປະຈຳ ສປ ຈີນໄດ້ໄປນະຄອນຄຸນໝິງ ກິ່ງແຂວງປົກຄອງຕົນເອງຊົນເຜົ່າຈ້ວງ ແລະ ຊົນເຜົ່າມົ້ງເວິນຊານ (Wenshan), ໄປເບິ່ງການພັດທະນາ ການປ່ຽນແປງ ໃບໜ້າໃໝ່ ແລະ ຄວາມງາມຫຼາກຫຼາຍສີສັນຂອງແຂວງຢຸນນານ. ພວກທ່ານໄດ້ໂອ້ລົມກັນກ່ຽວກັບການຮ່ວມມື ໄມຕີຈິດມິດຕະພາບ ກັບ ເພື່ອນມິດໃນແຂວງຢຸນນານ, ແລະ ໄດ້ຝາກພາບຊ່ວງເວລາແຫ່ງສີສັນອັນງົດງາມໄວ້.

ລາຍການເຄື່ອນໄຫວຄັ້ງນີ້ລວມມີ: ວັນທີ 21 ເມສາ, ຄະນະທູຕານຸທູດເຂົ້າຢ້ຽມສູນແລກປ່ຽນຊື້ຂາຍ ແລະ ປະມູນດອກໄມ້ສາກົນຄຸນໝິງ ແລະ ມະຫາວິທະຍາໄລຊົນເຜົ່າຢຸນນານ. ວັນທີ 22 ເມສາ, ຄະນະທູຕານຸທູດເຂົ້າຢ້ຽມຢາມເຂດສັນກວາງ(Sanguang)ເມືອງຊີໂສວ່(Xichou)ກິ່ງແຂວງເວິນຊານ(Wenshan), ຢ້ຽມຊົມໂຄງການນ້ຳດື່ມປອດໄພພາຍໃຕ້ການຊ່ວຍເຫຼືອຂອງກິດຈະກຳ “ຄວາມຮັກບໍ່ມີພົມແດນ”, ຮັບຮູ້ຂໍ້ມູນກ່ຽວກັບຜົນສຳເລັດວຽກງານຂອງເມືອງມາລີໂພ(Malipo)ທີ່ກຳນົດໃຫ້ການຊ່ວຍເຫຼືອໂດຍກະຊວງການຕ່າງປະເທດ. ຕອນບ່າຍຂອງວັນທີ 24 ເມສາ, ທ່ານ ຣວນເສີງຟາ(Ruanchengfa) ເລຂາຄະນະພັກແຂວງ ຫົວໜ້າຄະນະປະຈຳສະພາຜູ້ແທນປະຊາຊົນແຂວງຢຸນນານ ໄດ້ຈັດກອງປະຊຸມພົບປະນຳຄະນະທູຕານຸທູດປະຈຳຈີນ 28 ປະເທດທີ່ເດີນທາງມາຢ້ຽມຢາມແຂວງຢຸນນານ ທີ່ ນະຄອນຄຸນໝິງ. ວັນທີ 23 - 24 ເມສາ, ຄະນະທູຕານຸທູດ ປະຈຳ ສປ ຈີນໄດ້ມາຢ້ຽມຊົມ ສວນສາທາລະນະດິນທາມແຫ່ງຊາດ ທີ່ພູເຈີເຫີຍ(Puzhehei)ສວນສາທາລະນະດິນທາມແຫ່ງຊາດ ທີ່ ແມ່ນ້ຳເຫຼົ່າຢີ(Laoyuhe ແມ່ນ້ຳບ່ອນຫາປາ)ຄຸນໝິງ, ຢ້ຽມຢາມ ກຸ່ມບໍລິສັດ ຢຸນນານໄປຢ້າວ(ບໍລິສັດຢາພື້ນເມືອງ)ແລະ ອື່ນໆ.

ການຢ້ຽມຢາມສຳຫຼວດໃນເທື່ອນີ້ ເຮັດໃຫ້ຄະນະທູຕານຸທູດ ປະຈຳ ສປ ຈີນ ໄດ້ຮັບຮູ້ກ່ຽວກັບຜົນສຳເລັດຂອງແຂວງຢຸນນານໃນຫຼາຍດ້ານຢ່າງເລິກເຊິ່ງ ເຊັ່ນ ການແກ້ໄຂຄວາມທຸກຍາກ ການກໍ່ສ້າງລະບົບນິເວດວິທະຍາ ເຂດສາທິດມີຄວາມກ້າວໜ້າ ແລະ ສາມັກຄີຂອງຊົນເຜົ່າ ການພັດທະນາຂອງສັງຄົມ. ທຸກທ່ານໃຫ້ຄຳເຫັນວ່າ ປະສົບການໃນດ້ານການຫຼຸດຜ່ອນຄວາມທຸກຍາກຂອງຈີນ ແມ່ນສາມາດເປັນແວ່ນແຍງໃຫ້ປະເທດກຳລັງພັດທະນາໄດ້ຮ່ຳຮຽນໄດ້. ຜ່ານການຢ້ຽມຢາມ, ສຳຜັດການປ່ຽນແປງອັນຍິ່ງໃຫຍ່ຂອງແຂວງຢຸນນານ, ເປັນສັນຂີພິຍານໃຫ້ແກ່ພາລະກິດການແກ້ໄຂຄວາມທຸກຍາກ ແລະ ການປະຕິບັດຕາມແນວຄິດນິເວດວິທະຍາຂອງຂອງທ່ານ ສີຈິ້ນຜິງ ປະທານປະເທດ ສປ ຈີນ, ມີຄວາມຫວັງວ່າຈະເພີ່ມທະວີການຮ່ວມມື-ການແລກປ່ຽນ ກັບ ແຂວງຢຸນນານໃນດ້ານ ກະສິກຳ ເສດຖະກິດການຄ້າ ການສຶກສາ ການຫຼຸດຜ່ອນຄວາມທຸກຍາກ ການຮັກສາລະບົບນິເວດ ແລະ ເມືອງມິດຕະພາບ, ພ້ອມກັນນັ້ນ ກໍໄດ້ອວຍພອນໃຫ້ ກອງປະຊຸມພາຄີສົນທິສັນຍາຄັ້ງທີ 15 “ສົນທິສັນຍາກ່ຽວກັບຊີວະນາໆພັນສະຫະປະຊາຊາດ”(cop15) ຈັດຂຶ້ນຢ່າງມີສຳເລັດຜົນດີ.