ຄວາມ​ໝັ້ນ​ໃຈ​ຂອງ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ໃນ​ໄຕ​ມາດ​ທີ 1 ສູງ​ຂຶ້ນ​ຕື່ມອີກ​ເມື່ອ​ທຽບ​ໃສ່​ໃນ​ຕົ້ນ​ປີ 2021

2021-04-30 16:01:51 |ມາຈາກ: CRI

ວັນ​ທີ 29 ​ເມສາ​ນີ້, ທ່ານ​ກ່າວ​ເຟິ່ງ ​ໂຄສົກ​ກະຊວງການ​ຄ້າ​ຈີນ​ກ່າວ​ຢູ່ນະຄອນຫຼວງ​ປັກ​ກິ່ງ​ວ່າ: ​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງ​ການ​ຄ້າ​ຈີນ​ໄດ້​ເຮັດ​ການ​ສຳ​ຫຼວດຄວາມ​ຄິດ​ເຫັນ​ຂອງວິ​ສາ​ຫະກິດ​ການ​ລົງທຶນ​ຂອງຕ່າງປະ​ເທດ​ຫຼາຍ​ກວ່າ 3200 ​ແຫ່ງ ​ເຊິ່ງ​ຜົນ​ການ​ສຳ​ຫຼວດຊີ້​ໃຫ້​ເຫັນ​ວ່າ: ວິ​ສາ​ຫະກິດມີ​ທ່າ​ທີ​ເຊື່ອ​ໝັ້ນ​ຕໍ່ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ຈີນໃນ​ອະນາຄົດ​ເພີ່ມ​ຂຶ້ນ 2,1% ​ເມື່ອ​ທຽບ​ໃສ່​ຕົ້ນ​ປີ 2021, ກະຊວງ​ການ​ຄ້າ​ຈີນ​ຈະ​ນຳ​ໃຊ້​ມາດ​ຕະການຕ່າງໆ​ເພື່ອ​ເຮັດ​ໃຫ້ການ​ລົງທຶນ​ຂອງຕ່າງປະ​ເທດ​ມີ​ຄວາມ​ໝັ້ນ​ຄົງ​ຕື່ມ​ອີກ.

ຕາມຂໍ້​ມູນ​ສະຖິຕິ​ຊີ້​ໃຫ້​ເຫັນ​ວ່າ: ​ໃນ​ໄຕ​ມາດ​ທີ 1, ຈຳນວນວິ​ສາ​ຫະກິດ​ການ​ລົງທຶນ​​ໃໝ່​ຂອງຕ່າງປະ​ເທດ​ໄດ້​ເພີ່ມ​ຂຶ້ນ 47,8% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຕໍ່​ເລື່ອງ​ນີ້, ທ່ານ​ກ່າວ​ເຟິ່ງກ່າວ​ວ່າ: ​ໃນ​ໄຕ​ມາດ​ທີ 1, ມູນ​ຄ່າການ​ລົງທຶນຂອງ​ຕ່າງປະ​ເທດ​​ໃນຈີນ​​ເພີ່ມຂຶ້ນ​ຢ່າງ​ໄວວາ, ນອກຈາກ​ສາ​ເຫດ​ທີ່​ມີ​ການ​ລົງທຶນ​ໜ້ອຍ​ໃນ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ແລ້ວ, ຕົ້ນຕໍ​ແມ່ນ​ມາ​ຈາກ​ການ​ທີ່ເສດຖະກິດ​ຈີນ​​ສາມາດຟື້ນ​ຟູ​ຈາກ​ຜົນ​ກະທົບ​ຂອງ​ພະຍາດ​ໂຄ​ວິດ-19 ​ໄດ້, ຕະຫຼາດ​ມີ​ອະນາຄົດ​ທີ່​ດີ, ສະພາບ​​ແວດ​ລ້ອມ​ການ​ດຳ​ເນີນ​ທຸລະ​ກິດ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ຄວາມ​ໝັ້ນ​ໃຈຂອງ​ນັກ​ລົງທຶນ​ຕ່າງປະ​ເທດ​​ເພີ່ມ​ຂຶ້ນ, ຄວາມ​ຄາດ​ຫວັງ​ຂອງ​ການ​ລົງທຶນ​ແມ່ນ​ມີ​ຄວາມ​ໝັ້ນຄົງ ​ແລະ​ມີທ່າ​ອ່ຽງ​ດີ​ຂຶ້ນ.

ທ່ານຍັງກ່າວ​ຕື່ມ​ວ່າ: ປັດ​ຈຸ​ບັນ​ນີ້, ສະພາບ​ການ​ສາກົນ​ມີ​ຄວາມ​ສັບສົນ ​ແລະ​ຂ້ຽວຂາດ, ການ​ລົງທຶນ​ຂ້າມ​ຊາດ​ໄດ້ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ, ​ການ​ໄປມາຫາສູ່​ກັນ​ລະຫວ່າງຊາດ​ບໍ່​ສະດວກ, ການ​ເຄື່ອນ​ໄຫວດຶງ​ດູດ​ການ​ລົງທຶນ​ຖືກ​ສະກັດ​ກັ້ນ, ຄວາມ​ບໍ່​​ແນ່ນອນ​​ໄດ້ເພີ່ມ​ຂຶ້ນ, ​ເຮັດ​ໃຫ້​ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ໃນ​ປີ 2021 ຍັງ​ຜະ​ເຊີນ​ໜ້າ​ກັບ​ຄວາມ​ກົດ​ດັນ​ຫຼາຍຢູ່.